ຂ່າວດ່ວນ

ຄວາມເຊື່ອທີ່ເຂື່ອນນ້ຳງື່ມວ່າມີສີ່ງສັກສິດແອບແຝງຢູ່

(ເປັນຄວາມເຊື່ອສ່ວນບຸກຄົນກະລຸນາໃຊ້ວິຈະລະນະຍານໃນການຮັບຊົມ) ທີ່ເຂື່ອນນ້ຳງື່ມ ຜູ້ເຖົ້າ ຜູ້ແກ່ ເຄີຍເລົ່າໃຫ້ เข้าเหนียว หมูปี้ง ຟັງວ່າ: ຜ່ານມາມີວັດແຫ່ງຫນຶ່ງຢູ່ກ້ອງນ້ຳ ທີ່ເກົ່າແກ່ທີ່ສຸດ ແລະ ມີຍາປູ່ຢູ່ບ່ອນນັ້ນ 8 ພະອົງເຊິ່ງແຕ່ລະພະອົງມີຫອນຕ່າງກັນແລະມີຊື່ຂອງແຕ່ລະອົງ:

– ອົງທີ 1 ຊື່ວ່າ ຍາປູ່ ຄຳແດງ

– ອົງທີ 2 ຊື່ວ່າຍາປູ່ ເຈືອງ

– ອົງທີ 3 ຊື່ວ່າຍາປູ່ ຄຳດີ

– ອົງທີ 4 ຊື່ວ່າເຈົ້າແມ່ ຫລ້ານ້ອຍ

– ອົງທີ 5 ຊື່ວ່າພໍ່ປູ່ ສີຫອມ

– ອົງທີ 6 ຊື່ວ່າພໍ່ປູ່ ອານົງ

– ອົງທີ 7 ຊື່ວ່າພໍ່ປູ່ ເຫລັກຊີ

– ແລະ ອົງທີ 8 ຊື່ວ່າຍາແມ່ ທອງໃບ

ເຊິ່ງແຕ່ລະພະອົງມີນິໃສຕ່າງກັນເປັນຕົ້ນ:

ຍາປູ່ຄຳແດງ ມີນິໃສ່ໂຫດຮ້າຍແລະມີຄວາມໂກດແຄ້ນໃສ່ມະນຸດຫລາຍທີ່ສຸດ
ຍາປູ່ເຈືອງ ມີນິໃສ່ທາງທຳມະເຊິ່ງຈຳສິນທຸກໆວັນສິນດັບແລະສິນເພັງ ມີຄວາມດີຕໍ່ມະນຸດຫລາຍແລ້ວທຸກປີທີ່ມີບຸນອອກພັນສາຈຶ່ງມີບັ້ງໄຟພະຍານາກຂຶ້ນທຸກໆປີ ເຊິ່ງແມ່ນສັນຍາລັກວ່າເພິ່ນມີນາກເພີ່ມອີກ 1 ຕົນ

ຍາປູ່ຄຳດີ ມີນິໃສມັກຢອກມະນຸດ ແຕ່ຄາວໃດມາເພິ່ນບໍ່ຄ່ອຍທີ່ສິຖືກກັບນາກທຸກຕົນປານໃດແລະບໍ່ມີນາກຕົນໃດສົນນຳເພິ່ນ ເພິ່ນຈຶ່ງມັກເອົາມະນຸດໄປຫລິ້ນນຳເຊິ່ງເພິ່ນຮ້ອງວ່າຜີເຊື່ອນ
ເຈົ້າແມ່ລ້ານ້ອຍ ເຊິ່ງມີນິໃສ່ເຈົ້າຊູ້ຫລາຍຜົວ ເຊິ່ງເພິ່ນມັກເຊື່ອນເອົາແຕ່ຜູ້ຊາຍອາຍຸ 18 ປີຂຶ້ນໄປ
ພໍ່ປູ່ສີຫອມ ມີນິໃສ່ຄ້າຍຄືກັບຍາປູ່ເຈືອງແຕ່ມັກສະແດງຕົນໃຫ້ມະນຸດເຫັນທຸກຄັ້ງແມ່ນເພິ່ນເຮັດໃຫ້ຮູ້ວ່າຈຸດນັ້ນບໍ່ຄວນໄປແຕະຕ້ອງ

ປູ່ອານົງ ເຊິ່ງຜູກພັນກັບທຳມະ ແມ່ຢາກໃຫ້ບວດຈຶ່ງໄປຂໍບວດທີ່ວັດປ່າໃຜ່ຫນາມວຽງຄຳແລ້ວເພິ່ນຮັບເປັນເນນ ຈຶ່ງບໍ່ໄດ້ບວດເພິ່ນຈຶ່ງສ້າງພະພຸດທະຮູບນາກຂຶ້ນທຸກວັດເຊິ່ງເປັນເອກະລັກວ່າບໍ່ໄຫ້ໃຜໄປລົບລູ່

ຍາປູ່ເຫລັກຊີ ເຊິ່ງມີຮູບຮ່າງເປັນຄວາຍ ເຊິ່ງເປັນຄວາຍທີ່ມີ 5 ເຂົາມີຫາງເປັນຫາງປາ ມີຫນ້າຍາວ ເຊິ່ງມີນິໃສ່ມັກເອົາຄົນໄປເປັນລູກຫລານ
ຍາແມ່ທອງໃບເຊິ່ງມີນິໃສ່ເປັນແມ່ຊີ ຈະຈຳສິນໃນທຳມະຕະຫລອດເວລາ ບໍ່ຄ່ອຍທີ່ຈະໄປສ້າງກຳໃຫ້ຜູ້ອື່ນ

ນີ້ແມ່ນຄວາມເຊື່ອສວນບຸກຄົນ ບໍ່ເຊື່ອຢ່າລົບລູ່ (ເປັນຄວາມເຊື່ອສ່ວນບຸກຄົນກະລຸນາໃຊ້ວິຈະລະນະຍານໃນການຮັບຊົມ)

Related Articles

Leave a Reply

Your email address will not be published. Required fields are marked *

Back to top button