ກອງປະຊຸມສະຫຼຸບທອດຖອນບົດຮຽນວຽກງານຮອບດ້ານ ປະຈຳປີ 2020 ແລະ ວາງທິດທາງແຜນການ ປີ 2021 ຂອງກອງບັນຊາການທະຫານເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ໄຂຂຶ້ນໃນວັນທີ 22ມັງກອນນີ້ ເຂົ້າຮ່ວມຂອງ ສະຫາຍ ພັນເອກ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ຮອງເລຂາຄະນະພັກກອງບັນຊາການ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ ແລະ ສະຫາຍ ຫົງແກ້ວ ວິໄນວົງ ກໍາມະການພັກແຂວງເລຂາພັກເມືອງ ເຈົ້າເມືອງໆຫ້ວຍຊາຍ ມີ ບັນດາຄະນະພັກ-ຄະນະບັນຊາກົມກອງ ຕະຫຼອດຮອດແຂກຖືກເຊີນເຂົ້າຮ່ວມ.

ສະຫາຍ ຮ້ອຍເອກ ທຸບຽນຍາ ຫົວໜ້າຫ້ອງການກອງບັນຊາການທະຫານເມືອງ ຫ້ວຍຊາຍ ໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ຍາດໄດ້ເປັນຕົ້ນແມ່ນ ຄະນະພັກ-ຄະນະບັນຊາ ໄດ້ເປັນເຈົ້າການເອົາໃຈໃສ່ຊີ້ນຳ-ນຳພາຢ່າງໃກ້ຊິດຕິດແທດກັບບັນດາພະນັກງານ-ນັກຮົບພາຍໃນກົມກອງ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ, ນຳເອົາບັນດາເອກະສານ, ມະຕິຄຳສັ່ງ ຕ່າງໆຂອງພັກ ຂອງຊາດ, ຂອງກອງທັບ ມາຈັດຕັ້ງເຜີຍແຜ່ໃຫ້ ພະນັກງານ-ນັກຮົບໄດ້ຮັບຮູ້ ເຊື່ອມຊຶມ ກຳແໜ້ນຢ່າງເລິກເຊິ່ງແລະ ຫຼາຍໆວຽກງານທີ່ພົ້ນເດັ່ນ. ກອງປະຊຸມຍັງໄດ້ພ້ອມກັນປະກອບຄຳຄິດ ຄຳເຫັນໃສ່ບົດສະຫຼຸບຢ່າງກົງ ໄປກົງມາ ພ້ອມທັງຮັບຮອງເອົາທິດທາງແຜນການປີ 2021 ດ້ວຍຄວາມຮັບຜິດຊອບສູງ.

ກອງປະຊຸມ ສະຫາຍ ພັນເອກ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ຮອງເລຂາຄະນະພັກ ກອງບັນຊາການ ຫົວໜ້າການເມືອງ ກອງບັນຊາ ການທະຫານແຂວງບໍ່ແກ້ວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດໄດ້ພ້ອມທັງເນັ້ນໜັກ ໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດເປັນຕົ້ນຕໍ, ພ້ອມທັງປະຕິບັດຂໍ້ກຳນົດກົດລະບຽບຂອງກົມກອງວາງອອກຢ່າງເຂັ້ມງວດ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງໃຫ້ເປັນປົກກະຕິ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ຄຸ້ມເຂັ້ມມາດຕາການເກັບກໍາສະພາບຄົນເຂົ້າ – ອອກເມືອງທີ່ຜິດກົດໝາຍ ເພື່ອຕ້ານ ແລະ ສະກັດກັ້ນ ບັນຫາພະຍາດລະຍາດຂອງພະຍາດ ໂຄວິດ-19, ປ້ອງກັນໄພພິບັດທາງທຳມະຊາດທີ່ອາດຈະເກີດຂື້ນ ແລະ ພ້ອມກັນເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ໂດຍ: ວໍລະສິດ ພິດສະຫາຍ