ຂ່າວດ່ວນ
ບໍ່ປະປ່ອຍໃຫ້ສື່ອອນລາຍ ກາຍເປັນອາດສະຍາກໍາທະລຸເຂົ້າທໍາລາຍປະເທດຊາດ


ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ກ່າວສູນທອນພົດຕໍ່ ພິທີໂຮມຊຸມໜຸມສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ ປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ ( 5 ເມສາ 1961-5 ເມສາ 2021) ວັນທີ 5 ເມສາ 2021 ໃນບາງຕອນວ່າ:


ໃນຍຸກແຫ່ງສັງຄົມຂໍ້ມູນຂ່າວສານທີ່ທັນສະໄຫມ ຫຼື ຍຸກຂ່າວສັງຄົມທາງອອນລາຍ ທີ່ແຜ່ຂະຫຍາຍນີ້, ກໍາລັງປ້ອງກັນຄວາມສະຫງົບ ຕ້ອງມີຕາໜ່າງເກັບກໍາຂ່າວ ແລະ ຕາໜ່າງຕໍ່ຕ້ານ, ປ້ອງກັນ ແລະ ສະກັດກັ້ນໃຫ້ທັນການ ແລະ ໄດ້ຜົນ.


ບໍ່ປະປ່ອຍໃຫ້ສື່ອອນລາຍ ກາຍເປັນອາດສະຍາກໍາທະລຸເຂົ້າທໍາລາຍປະເທດຊາດ ຫຼື ການໃຊ້ສື່ອອນລາຍ ສ້າງຄວາມອົນລະເວງໃນສັງຄົມ ດ້ວຍການມ້າງຄວາມສາມັກຄີ, ສ້າງຄວາມເຂົ້າໃຈຜິດ ແລະ ສ້າງຄວາມເປັນປໍລະປັກຕໍ່ກັນໃນສັງຄົມ.

