ຂ່າວດ່ວນ

ຮຸ່ງອາລຸນຊີ້ແຈງ! ກໍລະນີລູກຄ້າໂພສເຟສບຸກ ເຄື່ອງທີ່ຝາກສູນຫາຍ ໂດຍຕອນນີ້ກໍາລັງເລັ່ງແກ້ໄຂເພື່ອສິດ ແລະ ຜົນປະໂຫຍດຂອງທຸກຝ່າຍ

ແອັດເຊື່ອວ່າຫຼາຍທ່ານຈະຮັບຮູ້ມາແລ້ວບໍ່ໜ້ອຍ ສໍາລັບປະເດັນຮ້ອນໃນສື່ອອນລາຍ ກ່ຽວກັບຂົນສົ່ງຊື່ດັງ ເມື່ອມີລູກຄ້າອອກມາໂພສຂໍ້ຄວາມຜ່ານເຟສບຸກສ່ວນຕົວວ່າຝາກເຄື່ອງກັບບໍລິສັດຂົນສົ່ງ ແຕ່ເຄື່ອງເສຍ ບໍ່ຮອດມືຜູ້ຮັບ ຫາຍເຂົ້າກີບເມກໄປເລີຍ.

ຫຼ້າສຸດ, ຮຸ່ງອາລຸນ ຂົນສົ່ງດ່ວນ ກໍ່ບໍ່ໄດ້ນິ້ງນອນໃຈ ໄດ້ອອກແຈ້ງການຊີ້ແຈງເຖິງປະເດັນຮ້ອນດັ່ງກ່າວແລ້ວ ເພື່ອບໍ່ໃຫ້ສັງຄົມຕັ້ງຂໍ້ສົງໃສ ຫຼື ຄາໃຈດົນ.

ເຊິ່ງແຈ້ງການດັ່ງກ່າວ ລະບຸວ່າ: ຕໍ່ກັບບັນຫາທີ່ກຳລັງເປັນປະເດັນໃນສື່ສັງຄົມ ອອນໄລນ໌ຢູ່ໃນຕອນນີ້ ກ່ອນອື່ນທາງບໍລິສັດຂໍແຈ້ງມາຍັງທຸກທ່ານໃຫ້ຊາບວ່າ ທາງເຮົາກໍບໍ່ໄດ້ນິ່ງນອນໃຈຕໍ່ກັບເຫດການທີ່ເກີດຂຶ້ນ, ເຊິ່ງທາງບໍລິສັດໄດ້ມອບໃຫ້ຝ່າຍກົດໝາຍ – ທະນາຍ ປະຈຳກຸ່ມບໍລິສັດ ໃນດ້ານການຮວບຮວມຂໍ້ມູນຫຼັກຖານຕ່າງໆເພື່ອແກ້ໄຂບັນຫາຂອງເຫດການໃຫ້ກົງຈຸດ ເພື່ອເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງທຸກຝ່າຍ ໂດຍສະເພາະແມ່ນລູກຄ້າ, ພະນັກງານ ລວມເຖິງບໍລິສັດເອງ ເນື່ອງຈາກເຫດການດັ່ງກ່າວເປັນເລື່ອງທີ່ລະອຽດອ່ອນ.

ດັ່ງນັ້ນ: ທາງເຮົາຈື່ງຕ້ອງໃຊ້ເວລາໃນການດຳເນີນການແກ້ໄຂໃນຄັ້ງນີ້; ທ້າຍນີ້ ຫາກທ່ານໃດມີຂໍ້ສົງໄສກ່ຽວກັບເງື່ອນໄຂການບໍລິການສາມາດໂທຫາ ຫົວໜ້າພະແນກບໍລິການ ແລະ ພາບລັກ ເບີໂທ: 020 5201 8888 (ກະລຸນາຕິດຕໍ່ໃນໂມງລັດຖະການ).

Related Articles

Leave a Reply

Your email address will not be published. Required fields are marked *

Back to top button