ສະເພາະກິດ ຮຽກຮ້ອງໃຫ້ສະຫລອງບຸນປີໃໝ່ລາວ ບົນພື້ນຖານປະຢັດ ແລະ ມີສະຕິປ້ອງກັນໂຕ

ເພື່ອປ້ອງກັນບໍ່ໃຫ້ພະຍາດໂຄວິດ-19 ແຜ່ລະບາດໃນ ສປປ ລາວ ໄລຍະງານບຸນ ສະ ເຫລີມສະຫລອງປີໃໝ່ລາວ ທີ່ຈະມາເຖິງນີ້, ລັດຖະບານ ກໍຄື ຄະນະສະເພາະກິດ ຮຽກຮ້ອງໃຫ້ພໍ່ແມ່, ປະຊາຊົນ, ໃຫ້ເອົາໃຈໃສ່ດູແລຮັກສາສຸຂະພາບຂອງຕົນ, ຫລຸດຜ່ອນງານສ້າງສັນ, ຖ້າຈຳເປັນກໍຂໍໃຫ້ຈັດງານພາຍໃນຄອບຄົວ ແລະ ບົນພື້ນຖານປະຢັດມັດທະຍັດ ຕາມຮີດຄອງປະເພນີອັນດີງາມ ຂອງລາວເຮົາ.

ພ້ອມທັງເນັ້ນ, ໃຫ້ມີສະຕິໃນການປະຕິບັດຕາມແຈ້ງການຕ່າງໆ ທີ່ຄະນະສະເພາະກິດວາງອອກຢ່າງເຄັ່ງຄັດ ແລະ ເຂັ້ມງວດ ເປັນຕົ້ນ ມາດຕະການປ້ອງກັນການຕິດເຊື້ອໃນສັງຄົມ ເຊັ່ນ: ການໃສ່ຜ້າອັດປາກ-ດັງ ເມື່ອອອກຈາກບ້ານ, ລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫລື ເຈວລ້າງມື ຫລື ເຫລົ້າ 70, ຮັກສາໄລຍະຫ່າງໃນສັງຄົມຢ່າງໜ້ອຍ ໄລຍະ 1 ແມັດຂຶ້ນໄປ.

ທ່ານ ນາງ ລັດສະໝີ ວົງຄຳຊາວ ແຈ້ງໃຫ້ຮູ້ວ່າ: ໃນວັນທີ 5 ເມສາ ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 980 ຄົນ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ 2020 ຮອດປັດຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 138.020 ຕົວຢ່າງ, ກວດພົບເຊື້ອສະສົມ 49 ຄົນ.

ຂ່າວ: ກິດຕາ
Cr : Lao National Radio.