ເຊກອງ ໄລ່ອອກຈາກພັກ 37 ຄົນ, ປົດຕໍາແໜ່ງ 7 ຄົນ


ໃນ 5 ປີຜ່ານມາ ແຂວງເຊກອງໄດ້ປະຕິບັດວິໄນຕໍ່ສະມາຊິກພັກທີ່ເຮັດຜິດລະບຽບການຂອງພັກ ແລະກົດໝາຍຂອງລັດທັງໝົດ 88 ສະຫາຍ, ຍິງ 11 ສະຫາຍ, ໃນນັ້ນວິໄນຂັ້ນກ່າວເຕືອນ 16 ສະຫາຍ; ຂັ້ນປົດຕໍາແໜ່ງ 7 ສະຫາຍ; ຂັ້ນໂຈະການຮ່ວມຊີວິດພັກ 17 ສະຫາຍ ແລະຂັ້ນເອົາອອກຈາກພັກ 37 ສະຫາຍ.
ວັນທີ 6 ເມສາ 2021 ທີ່ສະໂມສອນແຂວງເຊກອງໄດ້ຈັດກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ 5 ປີ (2016-2020) ພາຍໃຕ້ການເປັນປະທານຂອງທ່ານ ສົມນິດ ສີລິບຸນລ້ຽງ ປະທານກວດກາພັກແຂວງ ແລະເຂົ້າຮ່ວມມີທ່ານ ສີໄນ ມຽງລາວັນ ຮອງປະທານກວດກາສູນກາງພັກ, ທ່ານ ນາງ ຈັນຫອມ ມະຫາໄຊ ຮອງເລຂາພັກແຂວງເຊກອງ, ມີທ່ານເຈົ້າເມືອງ-ຮອງເຈົ້າເມືອງ,


ຫົວໜ້າ-ຮອງພະແນກ, ພະນັກງານກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມທ່ານ ອ່ອນມະນີວັນ ຈັນດາວົງ ຮອງປະທານກວດກາພັກແຂວງ ໄດ້ລາຍງານວ່າ: ທົ່ວແຂວງມີ 7 ອົງຄະນະພັກ, 56 ຄະນະພັກຮາກຖານ ແລະ 463 ໜ່ວຍພັກ, ໃນນີ້ມີໜ່ວຍພັກສໍານັກງານ 228 ໜ່ວຍພັກ, ໜ່ວຍພັກຮາກຖານບ້ານ 235 ໜ່ວຍ, ໄດ້ຕີລາຄາຈັດແບ່ງປະເພດໜ່ວຍພັກແຂງ 1.098 ເທື່ອໜ່ວຍພັກ, ກາງ 373 ເທື່ອໜ່ວຍພັກ, ອ່ອນ 13 ເທື່ອໜ່ວຍພັກ, ບໍ່ໄດ້ຈັດປະເພດ 281
ເທື່ອໜ່ວຍພັກ; ມີສະມາຊິກພັກທັງໝົດ 33.543 ເທື່ອສະຫາຍ, ຍິງ 7.511 ສະຫາຍ, ທຽບໃສ່ປີ 2015 ເພີ່ມຂຶ້ນ 2.247 ສະຫາຍ, ໃນນີ້ ມີສະມາຊິກພັກສໍາຮອງ 4.111 ເທື່ອສະຫາຍ, ຍິງ 1.332 ເທື່ອສະຫາຍ, ໄດ້ກວດກາຕີລາຄາຈັດແບ່ງປະເພດສະມາຊິກພັກຄື ປະເພດແຂງ 25.972 ເທື່ອສະຫາຍ, ກາງ 4.381 ເທື່ອສະຫາຍ, ອ່ອນ 518 ເທື່ອສະຫາຍ, ເສຍທາດ 2 ເທື່ອສະຫາຍ, ບໍ່ໄດ້ຈັດປະເພດ 1.952 ເທື່ອສະຫາຍ. ໃນ 5 ປີຜ່ານມາ ແຂວງໄດ້ປະຕິບັດວິໄນຕໍ່ການຈັດຕັ້ງພັກ ແລະສະມາຊິກພັກທີ່ມີການລະເມີດກົດລະບຽບພັກ ແລະກົດໝາຍຂອງລັດຄື:


ໄດ້ປະຕິບັດວິໄນຕໍ່ການຈັດຕັ້ງພັກ 1 ໜ່ວຍພັກຮາກຖານ ( ທສກ ເມືອງທ່າແຕງ), ປະຕິບັດວິໄນຕໍ່ຄະນະພັກ ແລະສະມາຊິກມີ 88 ສະຫາຍ, ຍິງ 11 ສະຫາຍ ໃນນີ້ໄດ້ໄລ່ອອກຈາກພັກ 37 ສະຫາຍ, ຍິງ 5 ສະຫາຍ, ປົດຕໍາແໜ່ງ 7 ສະຫາຍ, ຍິງ 1 ສະຫາຍ, ກ່າວເຕືອນ 16 ສະຫາຍ, ຍິງ 4 ສະຫາຍ, ໂຈະຮ່ວມຊີວິດພັກ 17 ສະຫາຍ, ຍິງ 5 ສະຫາຍ.
ສໍາລັບທິດທາງແຜນການ ແລະມາດຕະການໃນການປະຕິບັດໃນຕໍ່ໜ້າ ຈະໄດ້ສືບຕໍ່ຕິດຕາມ, ກວດກາ ແລະຊຸກຍູ້ການຈັດຕັ້ງປະຕິບັດກົດລະບຽບພັກ ເປັນຕົ້ນ ການດຳເນີນຊີວິດການເມືອງພາຍໃນພັກ, ການປະຕິບັດລະບອບສ່ອງແສງລາຍງານ ຂອງບັນດາຮາກຖານພັກອ້ອມຂ້າງແຂວງໃຫ້ເຂົ້າສູ່ລວງເລິກ,


ເປັນປົກກະຕິ ອລະເຂັ້ມງວດກວ່າເກົ່າ; ສຸມໃສ່ຕິດຕາມ, ຊຸກຍູ້ການປະຕິບັດສິກໜ້າທີ່, ແບບແຜນນໍາພາວິທີເຮັດວຽກ, ການປັບປຸງ-ກໍ່ສ້າງ ແລະຂະຫຍາຍພັກ, ການປະຕິບັດວິໄນຂອງພັກ, ການເງິນຂອງພັກ ແລະການຍ້ອງຍຊຂອງບັນດາຮາກຖານພັກອ້ອມຂ້າງແຂວງ ແລະ 4 ຕົວເມືອງ ໃຫ້ໄດ້ຢ່າງໜ້ອຍ 10 ເປົ້າໝາຍຂຶ້ນໄປໃນແຕ່ລະປີ.


ຂ່າວ : ພຸດທະສອນ