ຂ່າວດ່ວນ
ປະກາດ…!!! ໜວ່ຍກູ້ໄພນະຄອນຫຼວງເຂດເມືອງຫາດຊາຍຟອງ ເປີດຮັບອາສາສະໝັກຈຳນວນຫຼາຍ.


ສະບາຍດີ ບັນດາທ່ານ ຊາວໜຸ່ມຊາຍ-ຍິງ ທີ່ມີໃຈຮັກມັກໃນວຽກອາສາສະໝັກ ກູ້ຊີບ-ກູ້ໄພ ທາງສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ໜວ່ຍກູ້ໄພນະຄອນຫຼວງເຂດ2ຈຸດເມືອງຫາດຊາຍຟອງ ຂໍແຈ້ງຂ່າວດີ:


ເປີດຮັບອາສາສະໝັກຈຳນວນຫຼາຍ ມາເປັນສະມາຊິກຜູ້ທີ່ມີຄວາມຮູ້ຄວາມສາມາດເພີ່ມ ເພື່ອເຮັດວຽກອາສາຊ່ວຍເຫຼືອສັງຄົມ ນັບແຕ່ມື້ນີ້ເປັນຕົ້ນໄປ ເງື່ອນໄຂຜູ້ສະໝັກມີດັ່ງລຸ້ມນີ້:


1. ອາຍຸ18-45 ສຸກຂະພາບແຂງແຮງ.
2. ມີມະນຸດສຳພັນດີແລະອັດຖະຍາໃສດີ.
3. ມີຈິດໃຈຮັກມັກຈີງແທ້ໃນວຽກອາສາ.
4. ມີຄວາມຮູ້ຄວາມສາມາດ ທາງດ້ານການແພດສຸກເສີນຍິ່ງເປັນການດີ.


+ ເອກະສານປະກອບມີຄື:
1. ໃບສະໝັກ(ເອົາຢູ່ສູນກູ້ໄພ1624).
2. ໃບແຈ້ງໂທດ + ໃບກວດສຸຂະພາບ.
3. ໃບອານຸຍາດຜູ້ປົກຄອງທີ່ຮັບຜິດຊອບຕົນເອງ.


ຖ້າໃຜສົນໃຈສອບຖາມຂໍມູນເພີ່ມເຕີມໄດ້ໂທ1624.ຫຼື 02078781155 (ນາງໜິງ) ຈຸດເມືອງຫາດຊາຍຟອງຕັ້ງທີ່ ບ້ານດົງໂພສີໜ້າສວນວັດທະນາທຳອີນແປງ.


Southern Times | ສຽງຂ່າວ ຈາກແດນໃຕ້