ຂ່າວດ່ວນ

ຕົ້ນແກມອົ້ນ ແກ້ອາການເຈັບຫົວ, ເຈັບເສັ້ນປະສາດ, ຮັກສາໝາກໄຂ່ຫຼັງອັກເສບ

ບັນຍາຍລັກສະນະພືດສາດຕົ້ນແກມອົ້ນຈັດເປັນໄມ້ຢືນຕົ້ນຂະໜາດກາງ. ລຳຕົ້ນຕັ້ງຊື່, ມີເນື້ອໄມ້, ສູງ 10-20 ມ, ພາກສ່ວນອ່ອນເປັນສີຂຽວ, ພາກສ່ວນແກ່່ເປັນສີເທົ່າ ຫຼື ສີຂາວ, ເປືອກທາງດ້ານໃນເປັນສີແດງ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ, ກ້ວາງ 2-5 ຊມ, ຍາວ 4.5-10 ຊມ, ໂຄນໃບບ້ຽວ ຫຼື ຮຽວແຫຼມ, ຂອບລຽບ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວກ້ຽງທັງສອງດ້ານ.

ຊໍ່ດອກລວມແບບກະຈະ, ຍາວ 8-15 ຊມ. ຊໍ່ດອກຍ່ອຍຮູບກົມ, ກ້ານຊໍ່ດອກຍາວປະມານ 2 ຊມ. ດອກຍ່ອຍຈັບແບບກະຈຸກົມ, ມີຈຳນວນຫຼາຍ, ມີຂະໜາດ 1-3 ມມ. ກາບດອກມີ 4 ກາບ, ຮູບສາມຫຼ່ຽມ, ສີຂຽວ. ກີບດອກມີ 4 ກີບ, ຮູບໄຂ່, ສີເຫຼືອງອົມຂາວ.

ເກສອນຜູ້ມີ 4 ອັນ, ກ້ານຊູຖົງລະອອງສີຂາວ, ຍາວ 3-5 ມມ, ຖົງລະອອງຮູບໝາກໄຂ່ຫຼັງ, ສີເຫຼືອງ. ເຕົ້າໄຂ່ຮູບກົມ ຫຼື ຮູບໄຂ່, ປາຍຮວງຮັບແຫຼມ, ສີເຫຼືອງ. ໝາກດ່ຽວ, ຮູບກົມ, ຜິວລຽບມັນ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີແດງ ຫຼື ສີດຳ. ແກ່ນຮູບກົມ, ສີດຳ ຫຼື ສີນ້ຳຕານ.

ບັນຍາຍການນຳໃຊ້ສັບພະຄຸນທາງດ້ານການຢາ: ເປືອກນຳມາຕົ້ມດື່ມແກ້ອາການເຈັບຫົວ, ເຈັບເສັ້ນປະສາດ, ຮັກສາໝາກໄຂ່ຫຼັງອັກເສບ ແລະ ເປັນບວມ.

ໃຫ້ພະລັງ: ເປັນພະລັງງານເຊື້ອເພີງ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button