ຂ່າວດ່ວນ

ຊົມເຊີຍ! ຊາວໜຸ່ມເມືອງພູວົງ ຊ່ວຍກັນປຸກສ້າງເຮຶອນຢູ່ໃຫ້ຄົນທຸກຍາກ

ອີງຕາມການລາຍງານຂ່າວຂອງ ປະເທດລາວ ໄດ້ໃຫ້ຮູ້ວ່າ: ຊາວ​ໜຸ່ມອາສາສະໝັກ ເມືອງພູວົງ ແຂວງ ອັດຕະປື ໄດ້ຮ່ວມແຮງຮ່ວມໃຈກັນຊ່ວຍປຸກສ້າງເຮືອນໃຫ້ປະຊາຊົນຜູ້ທຸກ​ຍາກອານາຖາ ທີ່ບ້ານລະມອງ ເມືອງພູວົງ.

ການປຸກສ້າງເຮືອນຢູ່ໃຫ້ປະຊາຊົນຜູ້ທຸກຍາກອານາຖາ ຄັ້ງນີ້ ໄດ້ເລີ່ມຂື້ນໃນວັນທີ 5 ເມສາ 2021 ເຊິ່ງຊາວໜຸ່ມອາ​ສາ​ສະໝັກເມືອງພູວົງ ໄດ້ຮ່ວມກັນລົງມືປຸກສ້າງເຮືອນ ຈຳນວນ 2 ຫລັງ, ມີມູນຄ່າ 30 ກ່ວາລ້ານກີບ, ເປັນເຮືອນໄມ້ຊັ້ນດຽວ, ມຸງດ້ວຍສັງກະສີ, ຝາແອ້ມແປ້ນ ແລະ ປູພື້ນດ້ວຍແປ້ນ.

ໂດຍແມ່ນທຶນສົມ​ທົບຈາກພໍ່ແມ່ປະຊາຊົນ,ນັກທຸລະກິດ, ຫ້າງຮ້ານ ແລະ ສະມາຊິກຊາວໜຸ່ມໃນທົ່ວແຂວງອັດຕະປື.

ຂໍ້ມູນ: ປະເທດລາວ (ໄຊຈະເລີນ ວງງສະຫັວນ ຂ.ອັດຕະປື)

Related Articles

Leave a Reply

Your email address will not be published. Required fields are marked *

Back to top button