ຂ່າວດ່ວນ

ສາທາຢືນຢັນ ວັກຊີນ AstraZenecaປອດໄພບໍ່ເປັນອັນຕະລາຍຕໍ່ຮ່າງກາຍ

ສາທາຢືນຢັນ ວັກຊີນ AstraZenecaປອດໄພບໍ່ເປັນອັນຕະລາຍຕໍ່ຮ່າງກາຍ

ໃນວັນທີ 6 ເມສາ 2021 ທ່ານ ຄຳເປ ພົງສະຫວັດ ປະທານສະມາຄົມແພດເດັກລາວ, ປະທານກຳມະທິການທີ່ປຶກສາດ້ານວັກຊີນແຫ່ງຊາດ ທັງເປັນຜູ້ຊ່ຽວຊານອາວຸໂສເດັກ ໄດ້ລາຍງານໃຫ້ຮູ້ວ່າ: ວັກຊີນຊະນິດ AstraZeneca ປ້ອງກັນພະຍາດໂຄວິດ-19 ເປັນວັກຊີນຊະນິດໜຶ່ງ ທີ່ໄດ້ກວດສອບ ຢ່າງລະອຽດ ຈາກອົງການອະນາໄມໂລກ ແລະ ໄດ້ຖືກປະເມີນວ່າເປັນວັກຊີນ ທີ່ມີຄຸນນະພາບ, ປອດໄພ ແລະ ມີປະສິທິຜົນສູງ ໃນການປ້ອງກັນພະຍາດໂຄວິດ-19.

ປັດຈຸບັນ ລັດຖະບານລາວ ໄດ້ເລັ່ງສັກວັກຊີນດັ່ງກ່າວ ໃຫ້ບັນດາກຸ່ມເປົ້າໝາຍທີ່ມີຄວາມສ່ຽງສຸດ ຄາດວ່າຈະສຳເລັດໃນໄວໆນີ້.ໃນກໍລະນີ ເກີດມີຂ່າວກ່ຽວກັບການສັກວັກຊີນ ຊະນິດ AstraZeneca ແລ້ວເກີດມີການເສຍຊີວິດ ຢູ່ໃນປະເທດເອີຣົບ ແລະ ຫລາຍປະເທດ ເຮັດໃຫ້ຢຸດການໃຫ້ວັກຊີນຊະນິດດັ່ງກ່າວ, ແຕ່ຜ່ານການກວດສອບ ແລະ ວິນິດໄສ ຈາກອົງການອານາໄມໂລກ ໄດ້ອອກມາຢືນຢັນວ່າ ການເສຍຊີວິດດັ່ງກ່າວ ແມ່ນບໍ່ກ່ຽວກັບການຊັກວັກຊີນ AstraZeneca ເຊິ່ງສາເຫດການເສຍຊີວິດແມ່ນຍ້ອນ ພະຍາດເສັ້ນເລືອດດຳອຸດຕັນສະໝອງ ທີ່ຄົນເຈັບມີພະຍາດປະຈຳໂຕຢູ່ແລ້ວ ເຊິ່ງມາຮອດປັດຈຸບັນ ຫລາຍປະເທດ ທີ່ຢຸດການໃຫ້ວັກຊີນ AstraZeneca ກໍເລີ່ມກັບມານຳໃຊ້ວັກຊີນຊະນິດນີ້ອີກຄັ້ງ.

ທ່ານ ຄຳເປ ພົງສະຫວັດ ຍັງໃຫ້ຮູ້ອີກວ່າ: ສຳລັບ ສປປ ລາວ ໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ໄດ້ຮັບການຊ່ວຍເຫລືອຈາກຕ່າງປະເທດ ທັງໝົດ 3 ຊະນິດຄື: ຊີໂນຟາມ, AstraZeneca ແລະ Sputnik V ເຊິ່ງກ່ອນຈະນຳວັກຊີນດັ່ງກ່າວມາໃຊ້ ໃນ ສປປ ລາວ ໄດ້ຜ່ານຂັ້ນຕອນການທົດສອບດ້ານການພັດທະນາ ແລະ ຄວາມປອດໄພຢ່າງເຂັ້ມງວດ.

ໃນໂອກາດນີ້, ທ່ານ ຄຳເປ ພົງສະຫວັດ ຍັງໄດ້ຝາກເຖິງ ພໍ່-ແມ່, ປະຊາຊົນ ທີ່ຢູ່ໃນກຸ່ມເປົ້າໝາຍຄວາມສ່ຽງ ຢ່າວິຕົກກັງວົນ ພ້ອມທັງໃຫ້ໝັ້ນໃຈ ແລະ ເຊື່ອໝັ້ນຕໍ່ລັດຖະບານ ວ່າວັກຊີນທີ່ນຳມາໃຊ້ ແມ່ນມີຄວາມປອດໄພ ແລະ ບໍ່ເປັນອັນຕະລາຍ.

ຂ່າວ:ກິດຕາ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button