ຂ່າວດ່ວນ

5 ປີຜ່ານມາ, ເສດຖະກິດແຂວງເຊກອງ ຂະຫຍາຍຕົວບໍ່ບັນລຸຕາມແຜນ

ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງ (ສພຂ) ເຊກອງຊຸດທີ II ໃນວັນທີ 7 ເມສາ 2021 ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ໄດ້ໃຫ້ຮູ້ວ່າ:

ໃນ 5 ປີຜ່ານມາ ລວມຍອດຜະລິດຕະພັນພາຍໃນ (GDP) ຂອງແຂວງເຊກອງຂະຫຍາຍຕົວເພີ່ມຂຶ້ນໂດຍສະເລ່ຍ 7,7% ທຽບໃສ່ແຜນການ 5 ປີຫຼຸດຄາດໝາຍ 3,3% ສາເຫດທີ່ບໍ່ສາມາດບັນລຸຕາມແຜນການ ກໍເນື່ອງຈາກໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ (ແຫ້ງແລ້ງ-ນໍ້າຖ້ວມ) ແລະ ການລະບາດຂອງພະຍາດ ໂດຍສະເພາະພະຍາດໂຄວິດ-19

ໃນນັ້ນຂະແໜງກະສິກໍາ ແລ ະປ່າໄມ້ຂະຫຍາຍຕົວເພີ່ມຂຶ້ນສະເລ່ຍ 6,77% (ຫຼຸດແຜນ 1,23%); ຂະແໜງ ອຸດສາຫະກໍາເພີ່ມຂຶ້ນ 8,38% (ຫຼຸດແຜນ 8,12%);

ຂະແໜງບໍລິການເພີ່ມຂຶ້ນສະເລ່ຍ 8,24% (ຫຼຸດແຜນ 7,36%) ແລະລາຍໄດ້ GDP ສະເລ່ຍໃສ່ພົນລະເມືອງໄດ້ 1.728 ໂດລາສະຫະລັດຕໍ່ຄົນຕໍ່ປີໃນປີ 2020.

ຂະນະທີ່ດ້ານລາຍຮັບງົບປະມານສາມາດໄດ້ 414,4 ຕື້ກີບລື່ນແຜນການ 13% ໂດຍລາຍຮັບສ່ວນໃຫຍ່ແມ່ນໄດ້ຈາກພາສີ ແລະສ່ວຍສາອາກອນກວມເອົາ 70% ຂອງລາຍຮັບທັງໝົດ ແລະລາຍຈ່າຍປະຕິບັດໄດ້ 1.870,43 ຕື້ກີບເທົ່າກັບ 89% ຂອງແຜນການ

ໃນ 5 ປີຜ່ານມາ ແຂວງເຊກອງສົ່ງອອກສິນຄ້າປະຕິບັດໄດ້ 120,91 ລ້ານໂດລາທຽບໃສ່ແຜນ 5 ປີເທົ່າກັບ 71,12% ແລະມູນຄ່າການນໍາເຂົ້າ 94,39 ລ້ານໂດລາທຽບໃສ່ແຜນເທົ່າກັບ 78,66%;

ສ່ວນການລະດົມແຫຼ່ງທຶນເຂົ້າໃນການພັດທະນາໄດ້ 4.744,99 ຕື້ກີບລື່ນແຜນການທີ່ວາງໄວ້ 30% ໃນນັ້ນການລົງທຶນຈາກງົບປະມານຂອງລັດ 610,73 ຕື້ກີບ; ທຶນຊ່ວຍເຫຼືອລ້າ-ກູ້ຢືມ 317,14 ຕື້ກີບ;

ການລົງທຶນຂອງເອກະຊົນພາຍໃນ-ຕ່າງປະເທດ 1.173,62 ຕື້ກີບ ແລະການລົງທຶນສິນເຊື່ອຂອງທະນາຄານ 2.643,5 ຕື້ກີບ.

ຂໍ້ມູນ: ຂ່າວ ເຊກອງ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button