ຄົນດີບໍ່ໄດ້ມີແຕ່ໃນນິຍາຍ ຮີໂຣ ແມ່ນ ທ້າວທອງຄູນ ໄຊຍະວົງ


#ຄົນດີບໍ່ໄດ້ມີແຕ່ໃນນິຍາຍ
ຊາຍຜູ້ນີ້ມີນາມວ່າ: ທ້າວທອງຄູນ ໄຊຍະວົງ, ອາຍຸ 28 ປີ, ບ້ານຫ້ວຍປຸ່ງ, ເມືອງແກ້ວອຸດົມ, ແຂວງວຽງຈັນ. ເປັນໜຶ່ງໃນບຸກຄົນສຳຄັນໃນການຊ່ວຍເຫລືອຜູ້ປະສົບເຄາະຮ້າຍເຮືອປີ້ນທີ່ ແດນສະຫວັນເຂດອ່າງນ້ຳງື່ມໃນວັນທີ 04/04/2021 ທີ່ຜ່ານມາ.


ອີງຕາມລາວໃຫ້ສຳພາດໄວ້ວ່າ: ຕົນເອງໄດ້ຂີ່ເຮືອຫາປາຢູ່ບໍລິເວນດັ່ງກ່າວໄດ້ຍິນຄົນເວົ້າວ່າມີເຮືອໃຫ່ຍປີ້ນ, ກໍເລີຍຟ້າວໄປທີ່ຈຸດເກີດເຫດດັ່ງກ່າວ ແລ້ວກໍອາສາສະຫມັກຕົວເອງໂດດລົງນ້ຳຊ່ວຍເຫລືອໂດຍທັນທີ (ລາວບໍ່ມີອຸປະກອນຊ່ວຍດຳນ້ຳໃດໆ ແລະ ຕອນທີ່ລົງໄປຊ່ວຍກໍບໍ່ຮູ້ວ່າແມ່ນເຮືອຂອງໃຜທີ່ລົງໄປຊ່ວຍກໍຊ່ວຍດ້ວຍຄວາມເຕັມໃຈ) .


ລາວຈື່ໄດ້ວ່າລາວຊ່ວຍໄດ້ທັງຫມົດ 08 ຄົນ, ໃນຈຳນວນດັ່ງກ່າວນັ້ນແມ່ນມີແຕ່ ທ່ານ ຈູມມະລີ ໄຊຍະສອນ ພຽງຄົນດຽວທີ່ປອດໄພ.


ມາຮອດວັນທີ 07/04/2021 ທ່ານເຈົ້າເມືອງພ້ອມຄະນະ ແນວໂຮມແຂວງພ້ອມຄະນະໄດ້ນຳພາທຳພິທີແກ້ເຈົ້າພູມເຈົ້າທີ່ ທີ່ໄດ້ບະບົນເອົາສົບຢູ່ເຮືອເກີດອຸປະຕິເຫດ ຖືວ່າບໍມີອັນຂ້ອງອັນຄາ ແລະ ໄດ້ມັດແຂນເອີ້ນຂັວນເອົາ ທ້າວ ທອງຄູນ ຜູ້ທີ່ຖືວ່າເປັນຮີໂຣ້ໃນເຫດການນີ້.


ໃນເວລາຕອນຄ່ຳຂອງວັນທີ 07/04/2021 ທ້າວ ທອງຄູນ ໄຊຍະວົງ ພ້ອມດ້ວຍຄອບຄົວກໍໄດ້ເດີນທາງມາຮ່ວມພິທີຊາປະນະກິດສົບທີ່ສະໂມສອນຂອງກະຊວງປ້ອງກັນປະເທດ ແລະ ໄດ້ຕັ້ງໃຈວ່າຊິບວດເພື່ອສົ່ງດວງວິນຍານຂອງຜູ້ເສຍຊີວິດໃຫ້ໄປສູ່ສຸຂະຕິອີກດ້ວຍ.


#ສັງຄົມລາວຍັງຫນ້າຢູ່ເພາະຍັງບໍ່ສິ້ນຄົນດີີ
#ແອັດມິນຂໍຊົມເຊີຍໃນຄວາມມີນ້ຳໃຈເສຍສະຫລະຂອງທ້າວທອງຄູນຈາກໃຈຈິງ


#ຄົນເຮັດດີຕ້ອງສົ່ງເສີມ👍👍👍