ຂ່າວດ່ວນ

ຢ່າເລື່ອນຜ່ານ ແຊໄວ້ ເພາະຫາກມີເຫດຮ້າຍ ຈະໄດ້ຮູ້ຈຸດ ທີ່ຕັ້ງຂໍຄວາມຊ່ວຍເຫຼືອ

ໃນວາລະໂອກາດປີໄໝ່ລາວ ສົງການນີ້ ທາງໜ່ວຍກູ້ໄພມູນນິທິຈີນ1628 ມີຄວາມພ້ອມເຕັມອັດຕາ ເພື່ອຮັບໃຊ້ພໍ່ແມ່ປະຊາຊົນລາວ ທົ່ວນະຄອນຫຼວງວຽງຈັນ ຕະຫຼອດ24 ຊົວໂມງ.

ແຈ້ງການ ຢ່າເລື່ອນຜ່ານ ແຊໄວ້ ເພາະຫາກມີເຫດຮ້າຍ ຈະໄດ້ຮູ້ຈຸດ ທີ່ຕັ້ງຂໍຄວາມຊ່ວຍເຫຼືອ.

ກຳລັງໃນປີນີ້ ຈະແບ່ງອອກເປັນ 4ຈຸດ ເພື່ອຮັບປະກັນຄວາມປອດໄພ ໃຫ້ວ່ອງໄວຂຶ້ນ.

ຈຸດປະຈຳການທັງໝົດມີດັ່ງນີ້:

-ຈຸດທີ່ 1 ບ້ານດົງປ່າແຫລບ ເມືອງຈັນທະບູລີ ນະຄອນຫຼວງ.

-ຈຸດທີ່2 ສານເຈົ້າປູ່ຍາ ຫໍກາງ ບ້ານມີໄຊ ເມືອງຈັນທະບູລີ ນວ.

-ຈຸດທີ3 ຈຸດໄຟແດງໂພນສະອາດ ເມືອງໄຊເຊດຖາ ນວ.

-ຈຸດທີ່4 ຖະໜົນເຕ້2 ຮ້ານກຸ້ງເຜົາເຕ້2ເກົ່າ ເມືອງສີໂຄດ ນວ.

ຢ້ຳເດີ້ ພໍ່ແມ່ພີນ້ອງທຸກຄົນ, ເມົາບໍ່ຂັບ ຮັກສາກົດຈະລາຈອນ ມີສະຕິລະວັງຕົວ.

ຫາກພໍ່ແມ່ປະຊາຊົນກາຍໄປກາຍມາ ສາມາດແວ່ຢ້ຽມຢາມ ໃຫ້ກຳລັງໃຈ ອາສາພວກເຮົາໄດ້ຕະຫຼອດ 24 ຊົວໂມງ.

ມີເຫດດ່ວນ ເຫດຮ້າຍ ໂທ 1628, ຫຼືຕິດຕໍ່ມືຖືໂດຍກົງ 02098881628.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button