

ກຳລັງເປັນກະແສວິພາກວິຈານ ແຂວງອັດຕະປື ອະນຸມັດເນື້ອທີ່ປ່າໄມ້ 3 ພັນກວ່າເຮັກຕາ ໃຫ້ເອກະຊົນ.


ຕາມຂໍ້ມູນສະພາບຕົວຈິງຂອງປະຊາຊົນຢູ່ໃນເຂດພື້ນທີ່ດັ່ງກ່າວ ເວົ້າວ່າ ເຂດພື້ນທີ່ນັ້ນບໍ່ມີການປອກໂຫຼ້ນ ບໍ່ແມ່ນປ່າຊຸດໂຊມ ແຕ່ເປັນປ່າແຫຼ່ງນ້ຳທີ່ຫຼໍ່ລ້ຽງປ່າສະຫງວນເຊປຽນ-ເຊຄຳພໍ


ປ່າເຂດນີ້ ຍັງເປັນທີ່ຢູ່ອາໃສຂອງສັດປ່າ ທັງເປັນແຫຼ່ງນ້ຳສະໜອງໃຫ້ ເຊຄຳພໍ, ຫ້ວຍລະທາຍ,ຫ້ວຍແຕ່ເປີງນາງ, ຫ້ວຍກະແຊະ, ຫ້ວຍຈັນຕໍ ,ຫ້ວຍຊວຍ…ທີ່ສະໜອງໃຫ້ປ່າສະຫງວນແຫ່ງຊາດເຊປຽນ-ເຊຄຳພໍ ການນຳເມືອງເອງກໍ່ບໍ່ເຫັນດີ ເພາະມັນຂັດກັບນະໂຍບາຍຂອງລັດຖະບານ ໃນການຂະຫຍາຍເນື້ອທີ່ປ່າໄມ້ ໃນ ສປປ ລາວ.
ຖ້າຈະຫັນປ່ຽນປ່າຜະລິດ ຄວນຈະໃຫ້ເອກະພາບກັນ ກັບປະຊາຊົນ ແລະ ອຳນາດການປົກຄອງທ້ອງຖິ່ນແດ່ບໍ?

