ຂ່າວດ່ວນ

ຈີນ ຢືນຢັນຈະຊ່ວຍວັ ກຊິນປ້ອ ງກັນ ໂຄ ວິ ດແກ່ສປປລາວ

ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດແຫ່ງ ສປຈີນ ປະຈໍາລາວ, ຢືນຢັນວ່າ: ຈີນໄດ້ເຂົ້າຮ່ວມແຜນປະຕິບັດວັກຊິນ (COVAX) ແລ້ວ ແລະ ຈະປະກອບສ່ວນໃນການໃຫ້ປະເທດກຳລັງພັດທະນາສາມາດນຳໃຊ້ວັກຊິນໄດ້ ແລະ ຮັບຜິດຊອບຄ່າວັກຊິນດ້ວຍເງື່ອນໄຂຕົວຈິງ, ສະໜັບສະໜູນປະເທດດ້ອຍພັດທະນາ ແລະປະເທດກຳລັງພັດທະນາ

ລວມທັງ ສປປລາວ ດ້ວຍຮູບແບບຊ່ວຍເຫຼືອອີກດ້ວຍ ສປຈີນ ຍິນດີຈະສືບຕໍ່ຮ່ວມມືກັບຝ່າຍລາວຜ່ານຊ່ອງທາງສອງຝ່າຍຢ່າງໃກ້ຊິດ ເພື່ອປ້ອງກັນຄວາມປອດໄພທາງຊີວິດ ແລະສຸຂະພາບຂອງປະຊາຊົນສອງຊາດ.

ນັບແຕ່ເກີດການລະບາດຂອງພະຍາດໂຄວິດ-19 ພາຍໃຕ້ການຊີ້ນໍາ ແລະ ນຳພາຂອງການນຳຂັ້ນສູງຂອງສອງຝ່າຍ ໄດ້ລົມໂທລະສັບທາງໄກ ແລະໄດ້ເອກກະພາບກັນໃນການລົງເລິກການຮ່ວມມືຕ້ານພະຍາດໂຄວິດ-19.

ນອກນັ້ນ, ສອງຊາດຈີນ-ລາວໄດ້ຊ່ວຍເຫຼືອ ແລະເປັນຫ່ວງເປັນໃຍເຊິ່ງກັນແລະກັນຢູ່ຕະຫຼອດ, ໃນເວລາ ສປຈີນ ພົບກັບບັນຫາໃຫຍ່ຫຼວງ ແລະພວມຕໍ່ສູ້ກັບພະຍາດໂຄວິດ-19, ທົ່ວສັງຄົມລາວ ຍັງໄດ້ປຸກລະດົມຂົນຂວາຍ ແລະສະຫນອງການຊ່ວຍເຫຼືອທາງດ້ານວັດຖຸຕ້ານໂຄວິດ-19 ລວມທັງເງິນສົດຈຳນວນ 07 ແສນໂດລາສະຫະລັດໃຫ້ແກ່ ສປຈີນ,

ໃນເວລາທີ່ ສປປລາວ ປະກາດພົບຜູ້ຕິດເຊື້ອຜູ້ທຳອິດ, ບໍ່ຮອດ 05 ວັນ ຝ່າຍຈີນ ກໍ່ໄດ້ຈັດສົ່ງຄະນະແພດຊ່ຽວຊ່ານມາຊ່ວຍເຫຼືອຢ່າງທັນການ

ນັບຕັ້ງແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນຂອງຈີນກໍ່ໄດ້ສະຫນອງອຸປະກອນ ແລະ ຂໍ້ມູນຂ່າວສານ ເພື່ອຍົກລະດັບຄວາມຮູ້ວິຊາການໃນການຕ້ານການລະບາດພະຍາດໂຄວິດ-19 ພ້ອມທັງຊ່ວຍເຫຼືອຫ້ອງທົດລອງກວດແທກເຊື້ອໂຄວິດ-19 ໃຫ້ຝ່າຍລາວນຳໃຊ້ຢ່າງເປັນທາງການ ພ້ອມທັງຝຶກອົບຮົມການຈັດຕັ້ງປະຕິບັດການນໍາໃຊ້ໃຫ້ອີກດ້ວຍ,

ໃນຂະນະດຽວກັນ, ຈີນເຫັນວ່າ ສະຖານະການການແຜ່ລະບາດຂອງໂຄວິດທົ່ວໂລກ ໃນປັດຈະບັນຍັງຮ້າຍແຮງ ແລະ ສັບສົນ, ສົ່ງຜົນໃຫ້ ສປປລາວ ເພີ່ມຄວາມກົດດັນດ້ານການປ້ອງກັນໂຄວິດຢ່າງຕໍ່ເນື່ອງ, ເຊິ່ງສອງຝ່າຍຈີນ-ລາວ ຕ້ອງສືບຕໍ່ກຳແໜ້ນວຽກງານປ້ອງກັນໂຄວິດໃນທຸກດ້ານ ເພື່ອປະກອບສ່ວນເຂົ້າຮ່ວມການຮ່ວມມືກັບສາກົນ ແລະຮ່ວມຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳສາທາລະນະສຸກມະນຸດ (CRI-FM93).

Related Articles

Leave a Reply

Your email address will not be published. Required fields are marked *

Back to top button