ຂ່າວດ່ວນ

ຄະນະນຳກະຊວງການເງິນເຂົ້າອວຍພອນຄະນະນໍາກະຊວງ ປກສ ພ້ອມມອບເງິນ 10 ລ້ານກີບ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງ ປກສ

ໃນວັນທີ 4 ເມສາ 2021 ທີ່ຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະນຳກົມໄດ້ເຂົ້າອວຍພອນຄະນະນໍາກະຊວງປ້ອງກັນຄວາມສະຫງົບ (ປກສ) ແລະ ໄດ້ມອບເງິນອຸປະຖໍາ ຈໍານວນ 10 ລ້ານກີບ, ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ຄົບຮອບ 60 ປີ (05 ເມສາ 1961–05 ເມສາ 2021), ໂດຍການຕ້ອນຮັບຂອງທ່ານ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ, ຫົວໜ້າກົມໃຫ່ຍການເມືອງ ກະຊວງປ້ອງກັນຄວາມສະຫງົບພ້ອມດ້ວຍຄະນະ.

ໂອກາດດັ່ງກ່າວ,ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໄຊຊະນະທີ່ທົ່ວກໍາລັງປ້ອງກັນຄວາມສະຫງົບສາມາດຍາດໄດ້ໃນໄລຍະຜ່ານມາ ແລະ ເປັນກໍາລັງທີ່ປະຕິບັດໜ້າທີ່ໃນການປົກປັກຮັກສາຄວາມສະຫງົບ–ຄວາມປອດໄພໃຫ້ທົ່ວສັງຄົມ ກໍຄືປະເທດຊາດໄວ້ຢ່າງໝັ້ນຄົງ. ພ້ອມນີ້, ຍັງໄດ້ກ່າວຄໍາອວຍ ພອນໄຊອັນປະເສີດໃຫ້ຄະນະນໍາກະຊວງປ້ອງກັນຄວາມສະຫງົບຕະຫຼອດຮອດ ພະນັກງານນັກຮົບ ທົ່ວກໍາລັງປ້ອງກັນຄວາມສະຫງົບຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ປະຕິບັດພາລະກິດວຽກງານອັນມີກຽດສະຫງ່າທີ່ພັກລັດ ແລະ ປະຊາຊົນມອບໝາຍໃຫ້, ສືບຕໍ່ພັດທະນາຖັນແຖວກໍາລັງປ້ອງກັນຄວາມສະຫງົບໃຫ້ນັບມື້ນັບຂະຫຍາຍຕົວ, ກ້າວໜ້າທັນສະໄໝ ແລະ ເຕີບໃຫຍ່ເຂັ້ມແຂງຢ່າງສະຫງ່າຜ່າເຜີຍ.

ພ້ອມກັນນັ້ນ, ທ່ານ ພົຕ ວັນທອງ ກອງມະນີ ຕາງໜ້າໃຫ້ກະຊວງປ້ອງກັນຄວາມສະຫງົບໄດ້ສະແດງຄວາມຂອບໃຈຕໍ່ຄະນະພັກຄະນະນໍາກະຊວງການເງິນທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນ ຂອງວຽກງານປ້ອງກັນຄວາມສະຫງົບ ແລະ ຖືເອົາໂອກາດດັ່ງກ່າວ, ອວຍພອນໄຊໃຫ້ຄະນະພັກຄະນະນໍາກະຊວງການເງິນ, ຕະຫຼອດຮອດພະນັກງານ–ລັດຖະກອນ ພາຍໃນກະຊວງຈົ່ງມີສຸຂະພາບເຂັ້ມແຂງ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ທີ່ພັກລັດມອບໝາຍໃຫ້ປະກົດຜົນເປັນຈິງມີຜົນສໍາເລັດເປັນກ້າວໆ.

ຂ່າວ: ອາພັດສະລາ ຈັນທະວົງ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button