ຈີນປົດເຈົ້າໜ້າທີ່ພັກຄອມມູນິດລະດັບສູງ ໃນມົນທົນຢູນໜານ ຂໍ້ຫາປະຖິ້ມໜ້າທີ່ີ່ຄຸມ ໂ ຄ ວິ ດ-19


ວັນທີ 8 ເມສາ, ກົງວິນຈຸນ ເລຂາທິການຄະນະກຳມະການພັກກອມມູນິດຈີນປະຈຳເມືອງຣຸ່ຍລີ່ ມົນທົນຢູນໜານ ທາງຕາເວັນຕົກສຽງໃຕ້ຂອງຈີນ ຖືກປົດຈາກຕຳແໜ່ງ ຂໍ້ຫາປະຖິ້ມໜ້າທີ່ດ້ານການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ຢ່າງຮ້າຍແຮງ.


ຄຳປະກາດລົງທຶນລະບຸວ່າ: ໜ່ວຍງານຕໍ່ຕ້ານການທຸຈະລິດປະຈຳມົນທົນຢູນໜານບົ່ງຊີ້ຄວາມຮັບຜິດຊອບຂອງ ກົງວິນຈຸນ ຕໍ່ການລະບາດຂອງພະຍາດໂຄວິດ-19 ໃນເມືອງຣຸ່ຍລີ່ ສາມຮອບພາຍໃນໄລຍະເວລາເຄິ່ງປີ.


ກົງວິນຈຸນ ຄວນສະແດງຄວາມຮັບຜິດຊອບໃນຖານະຜູ້ນຳການຄວບຄຸມພະຍາດລະບາດ ໂດຍການລະບາດຮອບຫລ້າສຸດທີ່ເລີ່ມຕົ້ນເມື່ອວັນທີ 29 ມີນາຜ່ານມາ ສົ່ງຜົນກະທົບຮ້າຍແຮງຕໍ່ສະຖານະການການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ໂດຍລວມຂອງມົນທົນ ແລະ ປະເທດ.


ຢູນໜານ ເຊິ່ງມີຊາຍແດນຕິດກັບມຽນມາ ມີຜູ້ຕິດເຊື້ອຢືນຢັນ 79 ຄົນ ແລະ ຜູ້ຕິດເຊື້ອບໍ່ສະແດງອາການ 44 ຄົນ ເຊິ່ງປິ່ນປົວ ຫລື ຢູ່ພາຍໃຕ້ການສັງເກດການທາງການແພດໃນໂຮງໝໍທີ່ກຳນົດ ເມື່ອໄລ່ຮອດວັນທີ 7 ເມສາ.


ຂໍ້ມູນຈາກ. Laophattananews.com