

ອ່ານແລ້ວຊີວິດດີຂຶ້ນ ຕໍ່ໃຫ້ເງິນເດືອນສູງພຽງໃດ ກໍຈົນຢູ່ດີ ຖ້າຍັງມີນິໄສ 7 ສິ່ງນີ້ເຈົ້າອາດຈະເຄີຍສົງໄສ ແລະ ຕັ້ງຄຳຖາມວ່າເຮັດຫຍັງຄົນທີ່ເຂົາເຮັດວຽກຕຳແໜ່ງສູງ
ເງິນເດືອນ 6-7 ຫຼັກແຕ່ເປັນຫຍັງເຂົາຈຶ່ງບໍ່ມີເງິນເກັບບາງຄົນທີ່ຮູ້ຈັກໃຊ້ເດືອນຊົນເດືອນ ເຂົາເອົາເງິນໄປເຮັດຫຍັງໝົດເງິນມາກມາຍຂະໜາດນັ້ນໃຊ້ທັງເດືອນໝົດເລີຍຫວາໃນມື້ນີ້ແລ້ວໄປມີບົດຄວາມໜື່ງທີ່ອ່ານແລ້ວຮູ້ສຶກວ່າມັນຕົງກັບຊີວິດຈິງຂອງຄົນໃນຍຸກປັດຈຸບັນກັບປະໂຫຍກທີ່ວ່າ“ເລີກຊະ ກ່ອນຈະສວຍຕໍ່ໃຫ້ມີເງິນເດືອນສູງແຕ່ຖ້າມີ 7 ນິໄສນີ້ກໍຈົນຢູ່ດີ”


1. ຢູ່ກັບປັດຈຸບັນ ແຕ່ບໍ່ເຄີຍເບິ່ງອະນາຄົດ.
ຄົນບາງຄົນໃນເວລາທີ່ເຈີປັນຫາຫຼາຍໆແຕ່ກໍປ່ອຍໃຫ້ຜ່ານໄປໂດຍບໍ່ທຳການແກ້ໄຂແລະ ສິ່ງນີ້ຄືສູດແຫ່ງຄວາມຫາຍານະມັນຈະຕິດເປັນນິໄສໄປໃນເລື່ອງຂອງການເງິນຂອງເຈົ້າໃນບາງທີ່ເຮົາຮູ້ສຶກວ່າຢາກໄດ້ຂອງສິ່ງນີ້ເຮົາກໍຊື້ໂດຍທີ່ບໍ່ຄິດ ພຽງແຕ່ວ່າຢາກໄດ້ ແລະ ຕ້ອງຊື້ຕອບສະໜອງຄວາມຕ້ອງການຂອງເຈົ້າແຕ່ເຈົ້າລືມໄປວ່າສະຖານະການເງິນຂອງເຈົ້ານັ້ນເປັນແນວໃດຫາກໃນອະນາຄົດເຈົ້າບໍ່ມີເງິນເຈົ້າຈະເຮັດແນວໃດ ເຈົ້າບໍ່ສາມາດຮູ້ໄດ້ເລີຍວ່າລາຍໄດ້ຂອງເຈົ້າໃນອະນາຄົດນັ້ນຈະດີແບບນີ້ຢູ່ຫຼືບໍ່


2. ອັບເກດ ອຸປະກອນຮອບກາຍຕະຫຼອດເວລາ.
ການຕາມແຟຊັ່ນບໍ່ວ່າຈະເປັນເສື້ອຜ້າໜ້າຜົມຂອງໃຊ້ ມືຖື ການຂັບລົດ ທຸກຄົນລ້ວນຕ້ອງການທີ່ຈະມີຄວາມທັນສະໄໝ ແລະ ຕາມແຟຊັ່ນຢູ່ສະເໝີໂດຍສິ່ງຂອງພວກນັ້ນຕ້ອງໃຊ້ເງິນເປັນປັດໄຈຫຼັກເຊິ່ງໃນເງິນເດືອນໜື່ງເຮົາຈະໝົດກັບສິ່ງພວກນີ້ເກືອບຈະເຄິ່ງຂອງເງິນເດືອນເລີຍກໍວ່າໄດ້ຫາກເຈົ້າມີຄວາມຕ້ອງການແບບນີ້ເຈົ້າຈະບໍ່ມີເງິນເຫຼືອເກັບແລະ ຈະບໍ່ເຮັດໃຫ້ເຈົ້າລວຍຂຶ້ນມີແຄ່ເຮັດໃຫ້ຄົນຈົນລົງເມື່ອໄດ້ ອ່ານມາເຖິງບ່ອນນີ້ແລ້ວເຊື່ອວ່າຫຼາຍໆຄົນເປັນແບບຂໍ້ມູນ ຂ້າງຕົ້ນເມື່ອເຈົ້າໄດ້ອ່ານ ແລະ ຫາກເຈົ້າຕິດຕາມເຈົ້າຈະຮູ້ວ່າເດືອນເດືອນໜຶ່ງເຈົ້າມີເງິນເກັບເທົ່າໃດເຜີໆອາດຈະບໍ່ມີດ້ວຍຊໍ້າ ເລີກຊະກ່ອນທີ່ຈະສວຍເກີນໄປຕໍ່ໃຫ້ເຈົ້າມີເງິນເດືອນມາກມາຍ ແຕ່ຖ້າຫາກມີ 7 ນີໄສເລົ່ານີ້ເຈົ້າກໍຈົນຢູ່ດີບໍ່ມີວັນລວຍຂຶ້ນຄວນເລີ່ມປັບປ່ຽນພຶດຕິກຳຮວມກັນຕັ້ງແຕ່ມື້ນີ້ແລະ ຫັນມາເກັບເງິນອອມເງິນຫຼາຍຂຶ້ນ ເພື່ອອະນາຄົດເພື່ອຄອບຄົວຂອງເຈົ້າ.


3. ມີໜີ້ແຕ່ບໍ່ຮີບໃຊ້.
ມີເງິນເດືອນຫຼາຍແຕ່ບໍ່ໃຊ້ໜີ້ ເຈົ້າເຄີຍລອງສັງເກດໃບຮັບເງິນຄ່າງວດຜ່ອນຫຼືບໍ່ວ່າຄ່າດອກເບ້ຍມັນແພງກວ່າເງິນຕົ້ນ(ໂດຍສະເພາະຢ່າງຍິ່ງຊ່ວງຕົ້ນໆຂອງການຜ່ອນ)ແທນທີ່ເຈົ້າມີເງິນຈະເອົາໄປໂປະແຕ່ເຈົ້າກໍປ່ອຍໃຫ້ດອກເບ້ຍມັນເກີດຂຶ້ນຫຼາຍເຜີໆຫຼາຍກວ່າເງິນຕົ້ນດ້ວຍຊໍ້າ ເຮົາຂໍແນະນຳວ່າຫາກເຈົ້າມີເງິນກ້ອນເມື່ອໃດ ໃຫ້ເອົາໄປຈ່າຍໜີ້ທີ່ດອກເບ້ຍສູງສຸດກອ່ນສະເໝີ ປິດໃຫ້ໄວທີ່ສຸດແມ້ວ່າຈະມີໂອກາດໃຫ້ເຈົ້າຜ່ອນໄດ້ດົນຊົ່ວຊີວິດກໍຕາມ(ທີ່ເປັນແບບນັ້ນກໍເພາະວ່າມັນຄືວິທີທຳມາຫາກິນຂອງທະນາຄານຫຼືເຈົ້າໜີ້ນັ້ນເອງ)


4. ຄິດວ່າມື້ນີ້ຍັງບໍ່ຕ້ອງຮີບອອມເງິນ.
ການມີເງິນຫຼາຍມີເງິນເດືອນສູງຫຼາຍຄົນມັກບໍ່ໄດ້ເບິ່ງໃນເລື່ອງຂອງການອອກເງິນເພາະຄິດວ່າແນວໃດເຮົາກໍມີເງິນໃຊ້ແຕ່ຫຼາຍຄົນມັກຄິດຜິເ ເຈົ້າຄວນທີ່ຈະເລີ່ມອອມເງິນເພື່ອມີເງິນໄວ້ໃຊ້ສະສົມໃນຊ່ວງທີີ່ກະສຽນເຈົ້າຄວນວາງແຜນ ແລະ ຕັ້ງເປົ້າໝາຍໃນຊີວິດເພື່ອຈະບໍ່ສ້າງພາລະໃຫ້ກັບລູກຫຼານອາອິເຊັ່ນການອອມເງິນກ້ອນທີ່ຈະລົງທຶນແລ້ວດອກເບ້ຍທີ່ເຮົາໄດ້ເຂົ້າຝາກທະນາຄານເອົາໄວ້ເທົ່າກັບເຮົາໄດ້ຂອງຟຣີແຕ່ເງິນຕົ້ນຂອງເຮົານັ້ນຍັງເທົ່າເດີມ.


5. ພໍໄດ້ເງິນເພີ່ມ ກໍຫາພາລະມາໃສ່ຕົວໃນທັນທີ.
ເມື່ອເງິນເດືອນເພີ່ມຂຶ້ນ ການໃຊ້ຊີວິດ ສະໄຕຣການໃຊ້ຊີວິດເສື້ອຜ້າ ໜ້າຜົມ ຂອງໃຊ້ ກໍຢາກທີ່ຈະໄດ້ໃໝ່ໄດ້ຂອງແບນເນມທີ່ມີມູນຄ່າເຮັດໃຫ້ຄົນອື່ນເບິ່ງແລ້ວຮູ້ວ່າເຮົາໃຊ້ຂອງແພງຫຼືໃນບາງຄັ້ງທ້າຍປີໂບນັດອອກມີການປັບເງິນເດືອນກໍເອົາເງິນກ້ອນໄປດາວລົດຄັນແພງຫຼາຍຂຶ້ນເພື່ອໃຫ້ຄົນຮອບຂ້າງເຮົາຮູ້ວ່າຊີວິດຂອງເຮົານັ້ນມີຄວາມເປັນຢູ່ທີ່ດີມີເງິນມີທອງໃຊ້


6. ບໍ່ເຄີຍຈົດບັນທຶກເລື່ອງການໃຊ້ເງິນ.
ຄົນສ່ວນໃຫຍ່ແທບຈະບໍ່ເຄີຍໄດ້ຮູ້ວ່າໃນມື້ໜຶ່ງເດືອນໜຶ່ງເຮົາໃຊ້ເງິນໄປເທົ່າໃດ ໝົດເງິນໄປກັບຫຍັງແດ່ ເພາະບໍ່ເຄີຍໄດ້ຈົດບັນທຶກລາຍຮັບລາຍຈ່າຍ ໃນການຈົດບັນທຶກລາຍຮັບລາຍຈ່າຍນັ້ນເປັນສິ່ງທີ່ດີຫຼາຍຂອງທຸກຄົນໂດຍສະເພາະມະນຸດເງິນເດືອນເຮັດໃຫ້ເຮົາສາມາດຮູ້ວ່າເຮົາໄດ້ເງິນມາ ແລະ ເຮົາໃຊ້ເງິນໄປເທົ່າໃດ ມີເງິນເກັບເຫຼືອເທົ່າໃດເຮັດໃຫ້ເຮົາຮູ້ຈັກການວາງແຜນການອອມເງິນຂອງອະນາຄົດໄດ້ດ້ວຍຫຼາຍຄົນລະເລີຍໃນເລື່ອງນີ້ຈຶ່ງເຮັດໃຫ້ບໍ່ມີເງິນເກັບບໍ່ມີເງິນກ້ອນຜົນສຸດທ້າຍຄື“ເງິນໄປໃສໝົດ” ແຕ່ກໍຕອບບໍ່ໄດ້ແລ້ວຈະປະຫຍັດບ່ອນໃດດີ ກໍຕອບບໍ່ໄດ້ເຊັ່ນກັນ.


7. ແຍກແຍະບໍ່ອອກວ່າອັນໃດຈຳເປັນ ອັນໃດພຽງແຕ່ຢາກ.
ແຖມຍັງບໍ່ມີເປົ້າໝາຍທາງການເງິນຄວາມຢາກໄດ້ຢາກມີຄວາມທະເຍີທະຍານຢາກມີສິ່ງຂອງແພງໆມະນຸດສ່ວນໃຫຍ່ມັກຕ້ອງການແບບນີ້ ແຕ່ກໍບໍ່ສາມາດແຍກໄດ້ວ່າເປັນຄວາມຢາກຫຼືເປັນຄວາມຈຳເປັນຍົກຕົວຢ່າງໃຫ້ເຫັນງ່າຍໆເຊັ່ນການປ່ຽນໂທລະສັບເມື່ອມີມືຖືລຸ່ນໃໝ່ອອກມາກໍຄິດແຕ່ວ່າຈະຕ້ອງປ່ຽນ ເພື່ອຄວາມທັນສະໄໝເພື່ອການຖືທີ່ບໍ່ອາຍໃຜ ເຈົ້າພຽງແຕ່ຄິດໄປເອງມັນເປັນການອວດ ອ້າງໂດຍທີ່ບໍ່ຈຳເປັນ.
ອ່ານແລ້ວດີ ຢ່າລືມກົດໄລນ໌ ກົດແຊຣ໌ ກົດຕິດຕາມ ເພື່ອເປັນກຳລັງໃຈໃຫ້ແກ່ຄົນຂຽນດ້ວຍ ຂໍຂອບໃຈ