ທີ 9 ເມສາ 2021, ສູນບໍລິຫານສະຖານະການໂຄວິດ-19 ຖະແຫລງເປີດເຜີຍຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນປະເທດໄທຫລ້າສຸດວ່າ:

ມີຜູ້ຕິດເຊື້ອໃໝ່ 559 ຄົນ ລວມຜູ້ຕິດເຊື້ອສະສົມ 30.869 ຄົນ, ມີຜູ້ເສຍຊີວິດເພີ່ມ 1 ຄົນ ລວມເສຍຊີວິດແລ້ວ 96 ຄົນ, ປິ່ນປົວຫາຍ 28.128 ຄົນ.ຜູ້ເສຍຊີວິດເປັນຊາຍໄທ ອາຍຸ 60 ປີ.

ເປັນນັກໂທດ ມີປະຫວັດປ່ວຍເປັນວັນນະໂລກ. ຂະນະທີ່ປ່ວຍຢູ່ແຂວງນະຣາທິວາດ ມີປະຫວັດສຳຜັດຜູ້ປ່ວຍຢືນຢັນກ່ອນໜ້າ ວັນທີ 31 ມີນາ, ມີອາການນອນບໍ່ຫລັບ, ຊືມລົງ, ເມື່ອຍຫອບ ແລະ ເຂົ້າຮັບ X-ray ປອດ ພົບຜົນຜິດປົກກະຕິ.

ແພດບົ່ງມະຕິວ່າສົ່ງໄສເປັນວັນນະໂຣກ ຕໍ່ມາມີອາການເມື່ອຍຫອບຫລາຍຂຶ້ນ ຈຶ່ງໃສ່ທໍ່ຊ່ວຍຫາຍໃຈ ວັນທີ 1 ເມສາ ສົ່ງກວດຫາເຊື້ອໂຄວິດ-19 ຜົນກວດພົບເຊື້ອ ຕໍ່ມາຜູ້ປ່ວຍອາການໜັກ ແລະ ເສຍຊີວິດໃນວັນທີ 8 ເມສາ.