ແຈກສູດໝູຍໍ ສູດເດັດ ແຊບເນື້ອແໜ້ນ ຈັດເຕັມເຮັດໄດ້ງ່າຍໆ

+ ສູດທີ່ເຮັດ / ໝູບົດ 1 ກິໂລ
1.ໝູບົດ 1 ກິໂລ
2.ແປ້ງສາລີ ເກືອບເຕັມຖ້ວຍຕວງ ຫຼື ປະມານ 10 ບ່ວງໂຕະ

3.ຜົງເບກກິ້ງໂຊດາຫຼືຜົງຟູ 1 ບ່ວງຊາ
4.ນ້ຳຕານ 2-3 ບບ່ວງຊາ.
5.ນ້ຳປາ 4-5 ບ່ວງໂຕະ

6.ພິກໄທ 2-3 ບ່ວງຊາ.
7.ລົດດີໝູ 1/2 ບ່ວງຊາ.
8.ກະທຽມຕຳ 1 ຫົວ.
9.ໃບຕອງສຳລັບຫໍ່ໝູຍອ/ເຈ້ຍຟອຍ

+ ວິທີເຮັດໝູຍອຕຳ.
1.ນຳສ່ວນປະສົມທັງໝົດ ປະສົມໃຫ້ເຂົ້າກັນກັບໝູບົດ

2.ນຳໝູບົດທີ່ປະສົມແລ້ວໄປແຊ່ຊ່ອງແຂງປະມານ 1 ຊົ່ວໂມງ.
3.ນຳອອກມາຕຳໆນວດໆຫຼືປັ່ນກັບເຄື່ອງປັ່ນ (ໃຜບໍ່ມີເຄື່ອງປັ່ນ ລອງຕຳເບິ່ງ)ຈົນເນື້ອແໜ້ນແລະແຫຼວຈົນເປັນເນື້ອດຽວກັນ

4.ນຳໄປຫໍ່ເຈ້ຍຟອຍຫຼືຫໍ່ໃບຕອງ ຈະໄດ້ກິຫອມ ແລ້ວໜຶ້ງປະມານ 20-30 ນາທີ ສຳເລັດຖ້າໃສ່ໃນກ່ອງປຼາສະຕິກເວລາສຸກແລ້ວຈະມີນ້ຳອອກມາ ໃຫ້ເທນ້ຳອອກ ຈະໄດ້ເກັບໄວ້ໄດ້ດົນ
