ຂ່າວດ່ວນ

ຮອງປະທານປະເທດທີ່ເປັນເພດຍິງ ຂອງສປປ.ລາວ ແລະ ສສ.ຫວຽດນາມ

ນັບວ່າເປັນຄວາມຍິນດີຍິ່ງ ທັງສອງປະເທດອ້າຍນ້ອງລາວ-ຫວຽດນາມ ທີ່ມີປະທານປະເທດທີ່ເປັນເພດຍິງ ໃນເວລາໃກ້ຄຽງກັນ.

ສປປ.ລາວ :- ທ່ານ ນາງ ປານີ ຢາທໍ່ຕູ້ ແລະທ່ານ ບຸນທອງ ຈິດມະນີ ຖືກເລືອກເປັນຮອງປະທານປະເທດ

ໃນປະກອງຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ທີ່ໄຂຂຶ້ນໃນວັນທີ 22 ມີນາ 2021 ທີ່ຫໍສະພາແຫ່ງຊາດ, ທ່ານນາງ ສູນທອນ ໄຊຍະຈັກ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ສະເໜີມາດຖານເງື່ອນໄຂ ແລະເປົ້າໝາຍຜູ້ຈະຖືກເລືອກຕັ້ງໃຫ້ເປັນຮອງປະທານປະເທດ.

ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດຈໍານວນມີໜ້າ 163 ທ່ານ ໄດ້ປະກອບຄໍາເຫັນ ແລະລົງຄະແນນສຽງເຫັນດີ 98,77% ເລືອກເອົາ ທ່ານ ນາງ ປານີ ຢາທໍ່ຕູ້ ແລະທ່ານ ບຸນທອງ ຈິດມະນີ ເປັນຮອງປະທານປະເທດ ແຫ່ງ ສປປ ລາວ.

ສສ.ຫວຽດນາມ:- ຫວຽດນາມ ເລືອກຕັ້ງທ່ານນາງ ຫວໍທິແອງຊັວນ ເປັນຮອງປະທານປະເທດ

ຂປລ.ອີງຕາມ ແຫລ່ງຂ່າວ ວິທະຍຸສາກົນ ຫວຽດນາມ VOVWORLD/VOV , ວັນທີ 6 ເດືອນເມສາ, ສະພາ ແຫ່ງຊາດ ຫວຽດນາມ ສະໄໝ XIV ໄດ້ຮັບຮອງເອົາ ມະຕິເລືອກຕັ້ງ ທ່ານນາງ ຫວໍທີແອງຊັວນ ເລຂາຄະນະພັກ ແຂວງອານຢາງ ເຂົ້າດຳລົງ ຕຳແໜ່ງເປັນ ຮອງປະທານ ປະທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໃນສະໄໝ 2016-2021,

ດ້ວຍບັດ ສະໜັບສະໜູນ 93,13%. ທ່ານນາງ ຫວໍທີແອງຊັວນ ເປັນກຳມະການ ສູນກາງພັກ ຊຸດທີ XII, XIII ; ເປັນສະມາຊິກ ສະພາແຫ່ງຊາດ ຊຸດທີ XIV.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button