ທາງການຈີນປະກາດ!!! ປັບໄໝບໍລິສັດ Alibaba 2.7 ພັນລ້ານໂດລາ

ທາງການຈີນຫາກໍປະກາດ ປັບໄໝບໍລິສັດ Alibaba ເປັນເງິນ 2.7 ພັນລ້ານໂດລາ ຍ້ອນຂໍ້ຫາເລື່ອງການຜູກຂາດ ດ້ວຍນະໂຍບາຍ “One of the two platforms”.

ເວົ້າງ່າຍໆກໍຄືວ່າ ຖ້າຮ້ານຄ້າຈະຂາຍເຄື່ອງໃນແພັດຟອມຂອງ Alibaba ຫ້າມໄປຂາຍຢູ່ບ່ອນອື່ນອີກ.





ທາງການວ່າ Alibaba ດຳເນີນກິດຈະການແບບບໍ່ຍຸຕິທຳ ຈຳກັດສິດຂອງຜູ້ບໍລິໂພກທີ່ມີໂອກາດເລືອກຊື້ສິນຄ້າໄດ້ຫຼາກຫຼາຍແພັດຟອມ.

ຄ່າປັບໄໝດັ່ງກ່າວ ຄິດເປັນ 4% ຂອງລາຍໄດ້ປີ 2019 ຂອງບໍລິສັດ.

ຫຼັງຈາກນີ້ເປັນຕົ້ນໄປທາງ Alibaba ຕ້ອງມີລາຍງານຂັ້ນຕອນກວດສອບພາຍໃນ ເພື່ອເຮັດໃຫ້ຖືກຕ້ອງຕາມກົດໝາຍ ແລະຈັດສົ່ງໃຫ້ທາງການກວດສອບຕະຫຼອດສາມປີຕໍ່ໜ້າ.

ທາງບໍລິສັດໄດ້ອອກມາຍອມຮັບການກ່າວໂທດໃນເທື່ອນີ້ ແລະຈະຕັ້ງເວທີຖະແຫຼງຂ່າວ ໃນຊ່ວງ 8 ໂມງເຊົ້າຂອງເວລາຮ່ອງກົງ ໃນວັນຈັນມື້ຮືນີ້.Cr: CNBCLink : https://bit.ly/3mz4yNL

Related Posts

Leave a Reply

Your email address will not be published. Required fields are marked *