ຄົນເກີດວັນອາທິດ
ການງານ ການງານໂດນເດັ່ນມີເລື່ອງທີ່ເຮັດໃຫ້ທ່ານກ້າວໜ້າ ແລະ ເປັນທີ່ຍອມຮັບຂອງເພື່ອນຮ່ວມງານ
ການເງິນ ເກີດຄວາມໂຊກດີມີໂຊກທາງດ້ານການເງິນ
ຄວາມຮັກ ມີຂ່າວດີເລື່ອງຄວາມຮັກເຮັດໃຫ້ເກີດຄວາມສຸກໃຈ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີບົວ
ເລກນຳໂຊກ 8
ຄົນເກີດວັນຈັນ
ການງານ ມີໂອກາດເຂົ້າຫາຜູ້ໃຫຍ່ ແລະ ໄດ້ຮັບການຊ່ວຍເຫຼືອຜັກດັນເລື່ອງການງານ
ການເງິນ ເອກະສານການເງິນອາດເປັນໂມຄະ
ຄວາມຮັກ ເກີດການບໍ່ເຂົ້າໃຈກັນອາດເຖິງຂັ້ນເລີກລາກັບຄົນທີ່ທ່ານຮັກ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີຂາວ
ເລກນຳໂຊກ 3
ຄົນເກີດວັນອັງຄານ
ການງານ ພົບອຸປະສັກເຮັດໃຫ້ເຄັ່ງຄຽດເພາະເກີດຄວາມຜິດພາດ
ການເງິນ ໄດ້ເຂົ້າມາແຕ່ກໍຕ້ອງຈ່າຍອອກໄປຢ່າງວ່ອງໄວ
ຄວາມຮັກ ພົບຄົນລັກສະນະຕຸ້ຍ ມີເກນອາຍຸຫຼາຍກວ່າ ທ່ານເປັນຄົນຈິງຈັງ ແລະ ໃຈຮ້ອນ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 7
ຄົນເກີດວັນພຸດ
ການງານ ແກ້ໄຂສະຖານະການທີ່ເປັນອຸປະສັກກາຍເປັນໂອກາດທີ່ດີຂອງຕົນເອງໄດ້ດ້ວຍຄວາມສະຫຼາດ
ການເງິນ ໂຊກດີຫຼາຍຈະໄດ້ໂຊກຈາກຄວາມມີສະເໜ່
ຄວາມຮັກ ຈະພົບຮັກກັບຄົນທີ່ມີສະເໜ່ ມີເກນອາຍຸຫຼາຍກວ່າ
ເຄື່ອງມຸງຄຸນ ຄໍາຝຣັ່ງ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 1
ຄົນເກີດວັນພະຫັດ
ການງານ ມີໂອກາດເດີນທາງຕິດຕໍ່ທຸລະກິດຈະການງານແບບປະສົບຄວາມສຳເລັດດີ
ການເງິນ ການເຈລະຈາຈະເຮັດໃຫ້ໄດ້ເງິນກ້ອນໃຫຍ່ເຂົ້າມາ
ຄວາມຮັກ ມີໂອກາດພົບຮັກກັບຄົນທີ່ມີເກນອາຍຸນ້ອຍກວ່າ ມີສະເໜ່
ເຄື່ອງມຸງຄຸນ ແຫວນຄໍາ
ສີມຸງຄຸນ ສີດໍາ
ເລກນຳໂຊກ 7
ຄົນເກີດວັນສຸກ
ການງານ ຕັດສິນໃຈປ່ຽນແປງຍົກຍ້າຍແບບບໍ່ທັນຕັ້ງໂຕເກີດຄວາມໂຊກດີ
ການເງິນ ດ້ວຍຄວາມສະຫຼຽວສະຫຼາດຈຶ່ງສາມາດເຮັດທຸລະກິດທີ່ສ້າງຈຳນວນເມັດເງິນທີ່ເຮັດໃຫ້ຕົນເອງນັ້ນ ພຶງພໍໃຈ
ຄວາມຮັກ ໄດ້ພົບຄົນທີ່ມີສະເໜ່ ມີໂອກາດສົມຫວັງເລື່ອງຄວາມສຳພັນ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີແດງ
ເລກນຳໂຊກ 7
ຄົນເກີດວັນເສົາ
ການງານ ໄດ້ເລີ່ມຕົ້ນທຸລະກິດໃໝ່ ການເຈລະຈາ ຫຼື ເຮັດທຸລະກິດຈະເລີນຮຸ່ງເຮືອງ
ການເງິນ ມີໂອກາດຈະໃຊ້ເງິນຊື້ເຄື່ອງປະດັບໃໝ່ທີ່ມີຄ່າມີລາຄາແພງ
ຄວາມຮັກ ໄດ້ພົບຮັກໂດຍແບບບໍ່ທັນຕັ້ງໂຕເຂົ້າມາໃຫ້ຮູ້ຈັກ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີແດງ
ເລກນຳໂຊກ 6