ກ້າຄິດ, ກ້າເຮັດ, ກ້າຕັດສິນໃຈ ແລະກ້າຮັບຜິດຊອບ: ທ່ານປະທ່ານປະເທດແນະນໍາໃຫ້ສະມາຊິກລັດຖະບານຊຸດທີ IX.


ໃນຕອນທ້າຍຂອງກອງປະຊຸມຄັ້ງປະຖົມມະລຶກ ຂອງລັດຖະບານຊຸດທີ IX ໄດ້ປິດລົງໃນວັນທີ 9 ເມສາ 2021, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ເນັ້ນໃຫ້ປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ, ກົມກອງ ແລະພະແນກການ ໃຫ້ເໝາະສົມລວມທັງຄົ້ນຄວ້າປັບປຸງກົງຈັກຢູ່ຂັ້ນທ້ອງຖິ່ນຮາກຖານໃຫ້ສອດຄ່ອງກັນບົນຈິດໃຈກະທັດຮັດ,


ມີປະສິດທິພາບສູງ ແລະ ສາມາດກວດກາໄດ້, ລົບລ້າງການບໍລິຫານລັດທີ່ເປັນຂອດລະຫວ່າງກາງ.ທ່ານກ່າວຕື່ມວ່າ: ສະມາຊິກລັດຖະບານ ຕ້ອງເປັນຜູ້ຄິດ, ຄົ້ນຫາສິ່ງໃໝ່ໆໃນການບໍລິຫານວຽກ, ບໍລິຫານຄົນໃຫ້ຄ່ອງແຄ້ວ, ທັງຕ້ອງເປັນແບບຢ່າງທີ່ດີ, ເຮັດວຽກຍາມໃດກໍໃກ້ຊິດຕິດແທດຕົວຈິງກັບຮາກຖານ, ເປັນແບບຢ່າງໃນການປ່ຽນແປງສູ່ອັນໃໝ່, ສ້າງການຫັນປ່ຽນແບບບຸກທະລຸດ້ານຕ່າງໆໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ,


ເສີມຂະຫຍາຍຫົວຄິດປະດິດສ້າງຂອງພະນັກງານທີ່ຕົນຊີ້ນຳບັນຊາໃຫ້ເຂົາກ້າຄິດ, ກ້າເຮັດໃນສິ່ງທີ່ຖືກກົດໝາຍ, ຕ້ອງກ້າຕັດສິນໃຈ ແລະກ້າຮັບຜິດຊອບ, ມີຄວາມຊື່ສັດບໍລິສຸດ, ຍົກສູງຜົນປະໂຫຍດສ່ວນລວມ, ຖືຜົນປະໂຫຍດຂອງປະຊາຊົນສູງກວ່າສິ່ງໃດ ແນໃສ່ເພີ່ມຄວາມເຫລື້ອມໃສສັດທາຂອງປະຊາຊົນຕໍ່ພັກ-ລັດເຮົາ.


ໃຫ້ລັດຖະບານສືບຕໍ່ປັບປຸງແກ້ໄຂຄວາມໂປ່ງໃສຂອງພະນັກງານຢ່າງແຂງແຮງກວ່າເກົ່າ.