ໄຂປິດສະໜາ ບັນຫາສັງກາດປີໃໝ່ລາວ ຈະໃຊ້ ຈສ , ພສ ຫຼື ຄສ ດີ ມີຄຳຕອບ ອະໄພນຳຜູ້ຮູ້ທັງຫຼາຍ

ໄຂປິດສະໜາ ບັນຫາສັງກາດປີໃໝ່ລາວ
( ຈະໃຊ້ ຈສ , ພສ ຫຼື ຄສ ດີ ມີຄຳຕອບ ອະໄພນຳຜູ້ຮູ້ທັງຫຼາຍ )

ການສະເຫຼີມສະຫຼອງປີໃໝ່ລາວ ແມ່ນໜຶ່ງໃນຮີດ 12 ທີ່ໄດ້ສືບທອດປະຕິບັດກັນມາຫຼາຍສະຕະວັດມາແລ້ວ ແຕ່ບັນຫາກ່ຽວກັບການປ່ຽນສັງກາດໃນມື້ຂຶ້ນປີໃໝ່ ກໍຍັງມີຄົນຈຳນວນບໍ່ໜ້ອຍ ທີ່ບໍ່ທັນເຂົ້າໃຈຢ່າງຖືກຕ້ອງ, ຍ້ອນວ່າສັງກາດທີ່ປ່ຽນໃນມື້ນັ້ນ ບໍ່ໄດ້ຮັບການນຳໃຊ້ຢ່າງກວ້າງຂວາງ ແລະເປັນທາງການຢູ່ໃນສັງຄົມລາວເຮົາ.

ຄຳວ່າ “ສັງກາດ” ມີເຄົ້າມາຈາກ ຄຳປາລີ “ສັກກະຣາຊະ” ດັດແປງມາເປັນສັກກະຣາຊ ເປັນການເອົາຄຳເວົ້າສອງຄຳມາປະສົມເຂົ້າກັນຄື: ສັກກະ + ຣາຊະ. ສັກກະ ແປວ່າ ປີ, ຣາຊະ ແປວ່າ ເຈົ້າຊີວິດ ໂຮມເຂົ້າກັນແລ້ວມີຄວາມໝາຍວ່າ “ປີທີ່ໃຊ້ເປັນທາງຣາຊະການ” ເຊິ່ງມີຈຸດເລີ່ມຕົ້ນ ແລະນັບຕໍ່ໆກັນມາຕາມລຳດັບ.

ຄຳວ່າສັກກະຣາຊ ໄດ້ຖືກດັດແປງມາເປັນສັງກາດ ເພື່ອໃຫ້ເວົ້າງ່າຍ ແລະມີລັກສະນະມະຫາຊົນ, ໂດຍບໍ່ຕ້ອງຕິດພັນແຕ່ສະເພາະກັບເຈົ້າຊີວິດ. ດັ່ງນັ້ນ ໃນທີ່ນີ້ຜູ້ຂຽນບົດໄດ້ໃຊ້ຄຳວ່າ ‘ສັງກາດ’ ເນື່ອງຈາກວ່າຍຸກຂອງພຣະຣາຊາ ຫຼືຍຸກສັກດິນາ ໄດ້ຜ່ານກາຍມາແລ້ວ.

ໃນຍຸກບູຮານຄົນລາວໄດ້ຮັບເອົາວັດທະນະທັມ ຈາກອິນເດຍ ທີ່ມາກັບສາສະໜາພຣາມ ຈົນຕໍ່ມາເຖິງສາສະໜາພຸດ ແລະໄດ້ຮັບເອົາສັງກາດ ຈາກສາສະໜາທັງສອງນັ້ນມາໃຊ້. ເອົາຈາກສາສະໜາພຣາມ ມີມະຫາສັງກາດ (ມ.ສ) ຫຼື ສັງກາດຫຼວງ ແລະ ຈຸນລະສັງກາດ (ຈ.ສ) ມີຄວາມໝາຍວ່າສັງກາດນ້ອຍ.

ສ່ວນທີ່ເອົາມານຳສາສະໜາພຸດ ກໍແມ່ນພຸດທະສັງກາດ (ພ.ສ).

ມະຫາສັງກາດ ເລີ່ມຕົ້ນນັບ 1 ໃນປີທີ່ເຈົ້າພຣະຍາກະນິດຖະກະ ກະສັດ ຜູ້ຍິ່ງໃຫຍ່ແຫ່ງຣາຊະວົງ ສະກະ ຂຶ້ນຄອງອານາຈັກກຸສານະ ຢູ່ທາງທິດຕາເວັນຕົກສຽງເໜືອຂອງປະເທດອິນເດຍ ພາຍຫຼັງ ພຣະສັມມາສັມພຸດທະເຈົ້າປະຣິນິບພານ ໄປແລ້ວໄດ້ 621 ປີ ( ພ.ສ 621 ກົງກັບ ຄ.ສ 78 ),

ປາກົດເຫັນຢູ່ໃນສິລາຈາຣຶກຍຸກບູຮານ, ສັງກາດນີ້ໄດ້ຖືກນໍາໃຊ້ມາເປັນ ເວລາ 560 ປີ. ຈົນຮອດປີ ພ.ສ 1181 ພຣະບຸບພະໂສຣະຫັນ ໄດ້ລາສິກຂາ ແລະຂຶ້ນຄອງຣາຊໃນອານາຈັກພຸກາມ (ປັດຈຸບັນຢູ່ໃນປະເທດມຽນມາ) ແລ້ວຕັ້ງຈຸນລະສັງກາດ (ຈ.ສ) ຂຶ້ນ ໂດຍເລີ່ມນັບ 1 ຕັ້ງແຕ່ປີນັ້ນມາ. ຈຸນລະສັງກາດ ໄດ້ນຳມາໃຊ້ແທນມະຫາສັງກາດທີ່ເລີກໃຊ້ໄປແລ້ວ ແລະຖືກໃຊ້ຄຳນວນທາງໂຫລາສາດ ເຊິ່ງມີຄວາມແມ່ນຍຳດີ ຈິ່ງເປັນທີ່ນິຍົມແພ່ຫຼາຍໄປໃນບັນດາອານາຈັກແລະ ເຂດແຄວ້ນທີ່ນັບຖືສາສະໜາພຣາມປົນເປໄປກັບສາສະໜາພຸດ.

ຈຸນລະສັງກາດນີ້ໃຊ້ກັບປະຕິທິນທາງສຸຣິຍະຄະຕິ ໂດຍຖືເອົາເວລາທີ່ພະອາທິດ ໂຄຈອນຂຶ້ນສູ່ຣາສີເມດ (ຕາມຕຳລາໂຫລາສາດຖືວ່າພະອາທິດ ຫຼືຕາເວັນໂຄຈອນເຄື່ອນຍ້າຍໄປໃນ 12 ຮອບຂອງຣາສີເປັນວັດຕະຈັກ) ເຊິ່ງກົງກັບວັນທີ 16 ເມສາ ເປັນມື້ສັງຂານຂຶ້ນ ຫຼືມື້ປີໃໝ່.

ຮອດວັນທີ 16 ເມສາ 2021 ປີນີ້ ແມ່ນປ່ຽນເປັນປີ ຈຸນລະສັງກາດຈາກ 1382 ມາເປັນ 1383.

ສ່ວນພຸດທະສັງກາດແມ່ນຖືເອົາຕາມປະຕິທິນທາງຈັນທະຄະຕິໂດຍເລີ່ມຕົ້ນ ນັບແຕ່ມື້ພຣະສັມມາສັມພຸດທະເຈົ້າ ປະຣິນິບພານ (ມໍຣະນະພາບ) ໃນມື້ເພັງເດືອນ 6, ດັ່ງນັ້ນ ມື້ປ່ຽນພຸດທະສັງກາດ (ພ.ສ) ໃໝ່ແມ່ນມື້ແຮມ 1 ຄ່ຳເດືອນ 6 ຂອງທຸກໆປີ ເຊິ່ງປີນີ້ ແມ່ນວັນທີ 26 ເມສາ 2021ເປັນວັນປ່ຽນພຸດທະສັງກາດ ຈາກ ພສ 2563 ມາເປັນ 2564.

ການນັບພຸດທະສັງກາດ ແມ່ນຖືເອົາຕາມຄວາມເຊື່ອຂອງພຸດທະສາສະນິກະຊົນ ທີ່ເຊື່ອກັນວ່າສາສະໜາພຸດ ຈະຄົງຕົວຢູ່ຈົນຮອດ 5,000 ປີ. ຊາວພຸດຈິ່ງໄດ້ເລີ່ມນັບແຕ່ມື້ທີ່ພຣະສັມມາສັມພຸດທະເຈົ້າ ຊົງປະຣິນິບພານ ເປັນຕົ້ນມາ ເຊິ່ງປະເທດທີ່ນັບຖືສາສະໜາພຸດສ່ວນຫຼາຍ (ຍົກເວັ້ນປະເທດໄທ) ຍັງຖືເອົາວັນ ແຮມ 1 ຄ່ຳເດືອນ 6 ເປັນມື້ປ່ຽນ ພ.ສ ມາຈົນເຖິງປັດຈຸບັນ.

ເນື່ອງຈາກວ່າມື້ປ່ຽນຈຸນລະສັງກາດ ຫາມື້ປ່ຽນພຸດທະສັງກາດນັ້ນ ບໍ່ໄກກັນຫຼາຍປານໃດ, ປະກອບກັບຄົນລາວເຮົາຮູ້ ພ.ສ ດີກວ່າ ຈ.ສ ຈິ່ງມັກພາກັນເວົ້າ ພ.ສ ໃໝ່ ໃສ່ໃນໂອກາດປີໃໝ່ລາວເລີຍ, ເຊັ່ນປີນີ້ກໍວ່າ ປີໃໝ່ລາວ ພ.ສ 2562.

ມີພຽງແຕ່ປະເທດໄທທີ່ຖືເອົາພຸດທະສັງກາດ ເປັນສັງກາດທາງລັດຖະການ ໂດຍກຳນົດໃຫ້ປ່ຽນໃນວັນທີ 1 ມັງກອນ ມື້ດຽວກັບການປ່ຽນ ຄ.ສ ທີ່ໃຊ້ກັນຫຼາຍໃນທົ່ວໂລກ ດ້ວຍເຫດຜົນທີ່ວ່າປະເທດໄທມີຄົນນັບຖືສາສະໜາພຸດເປັນຈຳນວນຫຼວງຫຼາຍ.

ຄຣິສຕະສັງກາດ (ຄ.ສ) ຕັ້ງຂຶ້ນເມື່ອພຸດທະສັງກາດ ເກີດຂຶ້ນແລ້ວ 543 ປີ, ໂດຍຖືເອົາວັນເກີດຂອງພຣະເຍຊູ (ວັນທີ 25 ທັນວາ) ເປັນຫຼັກ ແລ້ວປ່ຽນວັນຂຶ້ນປີໃໝ່ຈາກເມື່ອກ່ອນຊາວເອີຣົບ ໄດ້ກຳນົດເອົາວັນທີ 1 ເມສາ ຍ້າຍມາເປັນວັນທີ 1 ມັງກອນ ເຊິ່ງຖືເປັນປີໃໝ່ສາກົນ.

ສັງກາດນີ້ໄດ້ຖືກນຳໃຊ້ຢູ່ໃນລາວ ຕັ້ງແຕ່ສະໄໝຕົກເປັນຫົວເມືອງຂຶ້ນຂອງຝຣັ່ງ ແລະໄດ້ໃຊ້ເປັນທາງການຕະຫຼອດມາ ເພື່ອໃຫ້ການຂຽນບັນທຶກປະຫວັດສາດເປັນເອກະພາບກັບປະເທດຕ່າງໆໃນທົ່ວໂລກທີ່ຍອມຮັບຕາມຄ່ານິຍົມແບບຕາເວັນຕົກ.

ລວມຄວາມວ່າສັງກາດທີ່ໃຊ້ຢູ່ໃນ ສ.ປ.ປ.ລາວ ໃນປັດຈຸບັນແບ່ງອອກເປັນ 2 ລະບົບ ຕາມປະຕິທິນ ຄື ສັງກາດທາງຈັນທະຄະຕິ (ນັບຕາມຮອບໝູນຂອງດວງຈັນ ປິ່ນອ້ອມໜ່ວຍໂລກ ແບ່ງເປັນເດືອນຂຶ້ນເດືອນແຮມ) ໄດ້ ແກ່ພຸດທະສັງກາດ ຖືກນຳໃຊ້ໃນທາງພຸດທະສາສະໜາ ເຊັ່ນ: ບຸນນະມັດສະການພຣະທາຕຸຫຼວງປະຈຳປີ ພ.ສ… ແລະ ສັງກາດທາງສຸຣິຍະຄະຕິ (ນັບຕາມຮອບໝູນຂອງໜ່ວຍໂລກປິ່ນອ້ອມຕາເວັນ ປີໜຶ່ງ 365 ວັນກັບ 6 ຊົ່ວໂມງ)

ໄດ້ແກ່ຈຸນລະສັງກາດ ໃຊ້ສະເພາະໃນການຄຳນວນທາງໂຫລາສາດເພື່ອຫາມື້ສັງຂານລ່ວງ, ສັງຂານເນົາ ແລະສັງຂານຂຶ້ນ ແລະ ຄຣິສຕະສັງກາດໃຊ້ເປັນທາງການໃນທົ່ວສັງຄົມລາວ.

ຂໍອະໂຫສິກຳ, ສົມມາ ແລະ ການຂໍໂທດ :

ປີໃໝ່ກໍ່ເປັນໂອກາດອັນດີ ທີ່ພວກເຮົາຊາວລາວ ໄດ້ຖືເປັນກາລະໂອກາດສຳຄັນ ເພື່ອ ເຮັດການສົມມາ, ຂໍຄຳມາ ຫຼື ເວົ້າງ່າຍ ແມ່ນການຂໍໂທດ ກັບສິ່ງທີ່ເຮັດຜ່ານມາ ແລະ ຢາກໃຫ້ຜູ້ທີ່ເຮົາໄດ້ເຮັດຜິດຕໍ່ນັ້ນໄດ້ ໃຫ້ອະໄພຍາໂທດ ຫຼື ຍົກໂທດໃຫ້. ບາງຄົນກໍ່ແຕ່ງຂັ້ນຫ້າ ຂໍຄຳມາ (ສົມມາ) ພໍ່ແມ່, ລຸງປ້າ, ອ້າຍເອື້ອຍນ້ອງ ແລະ ຜູ້ທີ່ມີພະຄຸນ.

ບາງຄົນກໍ່ ຂໍລ້າງຕີນພໍ່ແມ່ ເພື່ອ ເອົາມາລ້າງຊ່ວຍຄວາມຜິດ, ແລະ ພິທີກຳຕ່າງໆ ຕາມຄວາມເຊື່ອ ແລະ ຄວາມເໝາະສົມຂອງແຕ່ລະຄົນ ໃນລະທ້ອງຖິ່ນ. ນີ້ຖືວ່າເປັນການສະແດງຄວາມບໍລິສຸດໃຈ, ກະຕັນຍູ ເພື່ອໃຫ້ການເລີ່ມຕົ້ນປີໃໝ່ ມີຄວາມໝາຍ ແລະ ເປັນບາດກ້າວ ທີ່ມີຄວາມສຸກ ມີພະລັງ ແລະ ຄວາມຮັກ ຈາກຄົນທີ່ເຮົາເຄີຍລ່ວງເກີນ ບໍ່ວ່າຈະເປັນດ້ວຍວາຈາ ຫຼື ການກະທຳທາງຮ່າງກາຍ.

ແຕ່ສິ່ງທີ່ພວກເຮົາຍັງໃຫ້ຄວາມສຳຄັນໜ້ອຍກໍ່ແມ່ນວ່າ ຫຼັງຈາກມື້ທີ່ເຮົາເຮັດການຂໍຄຳມາ ເຮັດການສົມມາແລ້ວ ພວກເຮົາຈະປະພຶດປະຕິບັດແນວໃດ ເພື່ອຈະເຮັດໃຫ້ພໍ່ແມ່ ຫຼື ຜູ້ມີພະຄຸນຂອງຕົນເອງ ມີຄວາມສຸກທີ່ແທ້ຈິງ. ການທີ່ເຮົາເຄີຍເຮັດຜິດ ເຮັດໃຫ້ຄົນທີ່ມີພະຄຸນເຮົາ ມີຄວາມທຸກແລ້ວ ພວກເຮົາຈະມາຂໍສົມມາ ພຽງວັນດຽວ ແນ່ນອນວ່າ ມັນລົບລ້າງຄວາມຜິດເຫຼົ່ານັ້ນບໍ່ໝົດແນ່ນອນ! ດັ່ງທີ່ ພະພຸດທະເຈົ້າ ຊົງຕັດໄວ້ວ່າ ກຳໃດໃຜກໍ່ ກຳນັ້ນຍອມຕາມທັນ.

ເພາະສະນັ້ນ, ສິ່ງທີ່ມັນສຳຄັນທີ່ສຸດ ແມ່ນການກະທຳຂອງພວກເຮົາ ຫຼັງຈາກທີພວກເຮົາໄດ້ ເຮັດການຂໍຄຳມາ (ສົມມາ) ກັບພໍ່ແມ່ ແລະ ຜູ້ມີພະຄຸນ ແລ້ວ, ເຮົາຕ້ອງຄິດສະເໝີວ່າ ຕ້ອງເຮັດສິ່ງທີດີ ມີປະໂຫຍດ ແລະ ເວັ້ນເສຍ ສິ່ງທີ່ຈະເຮັດໃຫ້ເປັນການສ້າງບາບ ແລະ ຄວາມທຸກກັບພໍ່ແມ່ ແລະ ຜູ້ມີພະຄຸນ.

ເພາະການເຮັດບາບ ແລະ ເຮັດບຸນ ມັນບໍ່ຄືກັບການບວກລົບ ເລກ ແບບວ່າ ເຮັດຜິດມາ 4 ຄັ້ງ, ແລ້ວເຮັດດີ ແທນ 2 ຄັ້ງ, (4-2 ເຫຼືອ 2) ອັນນີ້ແມ່ນໃຊ້ບໍ່ໄດ້. ຫຼື ບາງຄົນເຮັດໃຫ້ພໍ່ແມ່ມີທຸກ ມາໝົດປີ ແລ້ວມາຂໍຄຳມາ ຕອນປີໃໝ່, ພໍແລ້ວ ກໍ່ເຮັດຄືນ, ອັນນີ້ກໍ່ໃຫ້ຫຼີກລ້ຽງ.

ສຸດທ້າຍນີ້, ຜູ້ຂ້າເຊື່ອແນ່ວ່າ ວັນຂຶ້ນປີໃໝ່ ຈະເປັນການເລີ່ມສິ່ງທີ່ດີຂອງພວກເຮົາ. ພວກເຮົາຕ່າງພາກັນເຮັດບຸນໄປວັດ ຫົດສົງນ້ຳພຣະເພື່ອຂໍພອນ ໃຫ້ມີແຕ່ສິ່ງທີ່ດີເກີດຂຶ້ນກັບຊີວິດ. ແນ່ນອນວ່າ ສິ່ງດີໆເຫຼົ່ານັ້ນ ຍອມສົ່ງຜົນອັນດີກັບຜູ້ທີກະທຳດີ, ຄິດດີ ເທົ່ານັ້ນ.

ຂອບໃຈຂໍ້ມູນດີໆຈາກ : 11​/04/2021​ © ສາທຸ​ຄຳ​ຫຼ້າ​ ລັກຂະໂນ​ ວັດຊຽງມ່ວນ ນະຄອນຫລວງພຣະບາງ

Related Posts

Leave a Reply

Your email address will not be published. Required fields are marked *