ຂ່າວດ່ວນ
ແຈ້ງຫ້າມສວຍໂອກາດຂຶ້ນລາຄາສິນຄ້າໄລຍະບຸນປີໃໝ່ລາວ


📣📣ການຄ້ານະຄອນຫຼວງ ແຈ້ງຫ້າມສວຍໂອກາດຂຶ້ນລາຄາສິນຄ້າໄລຍະບຸນປີໃໝ່ລາວ ກຳນົດຂາຍຊີ້ນໝູປະເພດ 1 ສູງສຸດບໍ່ເກີນ 48 ພັນກີບ/ໂລ, ປານິນກະຊັງ ບໍ່ໃຫ້ເກີນ 20.000 ກີບ/ກິໂລ.
ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ຫ້າມຜູ້ປະກອບການ, ຊາວຄ້າຂາຍ, ຫ້າງຮ້ານ ສວຍໂອກາດຂຶ້ນລາຄາສິນຄ້າ ຕາມລຳພັງໃຈ ໃນໄລຍະບຸນປີໃໝ່ລາວ 2564 ໂດຍກຳນົດລາຄາຂາຍຍ່ອຍ ປະເພດ ເຂົ້າກິນ, ຊີ້ນ, ປາ ດັ່ງນີ້:


– ລາຄາຊີ້ນໝູປະເພດ 1 ຂາຍສູງສຸດບໍ່ໃຫ້ເກີນ 48.000 ກີບຕໍ່ກິໂລ.
– ລາຄາຊີ້ນໝູປະເພດ 2 ຂາຍສູງສຸດບໍ່ໃຫ້ເກີນ 44.000 ກີບຕໍ່ກິໂລ
– ລາຄາເຂົ້າຂາຍຍ່ອຍເຂົ້າສານໜຽວ ປະເພດ 2 ສູງສຸດບໍ່ເກີນ 7.400 ກີບຕໍ່ກິໂລ.
– ປານິນກະຊັງ ຂາຍສູງສຸດບໍ່ໃຫ້ເກີນ 20.000 ກີບຕໍ່ກິໂລ.


ພ້ອມດ້ວຍມາດຕະການອື່ນໆມີລາຍລະອຽດ ແລະ ໃຫ້ປະຕິບັດດັ່ງແຈ້ງການລຸ່ມນີ້ 👇👇