ເສັ້ນທາງການຕິດເຊື້ອລະອຽດ ຂອງກໍລະນີ ຜູ້ຕິດເຊື້ອ ໂຄວິດ ກໍລະນີທີ 50 ແລະ 51

🔥 🔥 ເສັ້ນທາງການຕິດເຊື້ອລະອຽດ ຂອງກໍລະນີ ຜູ້ຕິດເຊື້ອ ໂຄວິດ ກໍລະນີທີ 50 ແລະ 51

❖ ກໍລະນີຢັ້ງຢືນທີ 50:

– ເພດຊາຍ,​ ອາຍຸ 41 ປີ, ສັນຊາດ: ໄທ, ອາຊີບ:​ ນັກທຸລະກິດ, ປະຈຸບັນຜູ້ກ່ຽວໄດ້ອາໄສຢູ່ ສປປ ລາວ ນັບແຕ່ ເດືອນກຸມພາ ປີ 2020​ ຢູ່ເມືອງຈັນທະບູລີ,​ ນະຄອນຫຼວງວຽງຈັນ;​

– ໃນໄລຍະ 1 ອາທິດກ່ອນໜ້ານີ້ ຜູ້ກ່ຽວ ມີປະຫວັດສຳຜັດກັບຄົນທີ່ເດີນທາງມາຈາກປະເທດໄທ ທີ່ລັກລອບເຂົ້າມາ ສປປ ລາວ ບໍ່ຖືກລະບຽບ;​

– ວັນທີ 8 ເມສາ 2021 ຜູ້ກ່ຽວຮູ້ສຶກໄຂ້, ໄອ, ປວດຕາມຕົນໂຕ ແລະ ເຈັບຄໍ;

– ວັນທີ 10 ເມສາ 2021 ໄດ້ໄປກວດຢູ່ໂຮງໝໍມິດຕະພາບ ແລະ ພົບເຊື້ອ COVID-19. ປະຈຸບັນ ຜູ້ກ່ຽວໄດ້ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ;

– ກະຊວງສາທາລະນະສຸກ ໄດ້ສົ່ງທີມງານລົງສອບສວນ ແລະ ເກັບກຳປະຫວັດການເດີນທາງຂອງຜູ້ກ່ຽວ;

– ພວກເຮົາໄດ້ຕິດຕາມຜູ້ສຳຜັດໃກ້ຊິດທັງໝົດ 10 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ແລະ ກຳລັງລໍຖ້າຜົນກວດ,​ ພ້ອມດຽວກັນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົບຄົບ 14 ວັນ.

❖ ກໍລະນີຢັ້ງຢືນທີ 51:

– ເພດຊາຍ, ອາຍຸ​ 41 ປີ, ສັນຊາດ: ລາວ, ອາຊີບ: ພະນັກງານ, ກ່ອນເດີນທາງກັບມາ ສປປ ລາວ ຜູ້ກ່ຽວໄດ້ກວດຊອກຫາເຊື້ອພະຍາດໂຄວິດ-19 ໃນວັນທີ 06 ເມສາ 2021 ແລະ ບໍ່ພົບເຊື້ອ (ກວດຢູ່ປະເທດມົງໂກນ);

– ໃນວັນທີ 7 ເມສາ 2021 ຜູ້ກ່ຽວໄດ້ເດີນທາງຈາກປະເທດມົງໂກນ ຫາສະໜາມບິນອິນຊອນ, ປະເທດເກົາຫຼີໃຕ້ ແລະ ມາຮອດສະໜາມບິນສາກົນວັດໄຕ, ສປປ ລາວ ໃນວັນທີ 9 ເມສາ 2021. ວັນທີ 10​ ເມສາ ຜົນກວດວິເຄາະຢັ້ງຢືນວ່າ ພົບເຊື້ອ COVID-19 ຈຶ່ງໄດ້ນຳສົ່ງຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ນອນປິ່ນປົວຢູ່ໂຮງໝໍມິດຕະພາບ;

– ພວກເຮົາໄດ້ຕິດຕາມຜູ້ສຳຜັດໃກ້ຊິດທັງໝົດ 31 ຄົນ ແລະ ໄດ້ເກັບຕົວຢ່າງມາກວດວິເຄາະ, ເຫັນວ່າ ຜົນກວດທັງໝົດ ແມ່ນບ່ໍພົບເຊື້ອ,​ ພ້ອມດຽວກັນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົບຄົບ 14 ວັນ.

Related Posts

Leave a Reply

Your email address will not be published. Required fields are marked *