ຂ່າວດ່ວນ

ແຂວງໜອງຄາຍ ປະເທດໄທ ໃກ້ ນະຄອນວຽງຈັນ ຕິດ 2 ຄົນແລ້ວ

🔥 ແຂວງໜອງຄາຍ ປະເທດໄທ 🇹🇭 ທີ່ມີຊາຍແດນ ກົງກັນຂ້າມ ກັບນະຄອນຫຼວງວຽງຈັນ ສປປ ລາວ 🇱🇦 ລາຍງານ ພົບການຕິດເຊື້ອໂຄວິດ ຈໍານວນ 2 ຄົນ ໃນວັນທີ່ 11 ເມສາ 2021, ໂດຍ 1 ວັນ ກ່ອນໜ້າ ຄືວັນທີ 10 ເມສາ 2021 ກໍ່ໄດ້ມີການກວດພົບ ຜູ້ຕິດເຊື້ອໂຄວິດ ໃນແຂວງເຊັ່ນດຽວກັນ.

ຜູ້ຕິດເຊື້ອໂຄວິດໃຫມ່ນີ້ ແມ່ນເດີນທາງກັບຈາກ ແຂວງຊຽງໃໝ່ ປະເທດໄທ ເພື່ອມາພັກຜ່ອນ ໃນໄລຍະ ໃກ້ປີໃຫມ່ ໂດຍການຕິດເຊື້ອ ແມ່ນກ່ຽວພັນ ກັບກຸ່ມສະຖານທີ່ບັນເທິງ ຢູ່ແຂວງຊຽງໃໝ່.

ປະຈຸບັນ ໃນແຂວງ ໜອງຄາຍ ແມ່ນມີຜູ້ຕິດເຊື້ອ ທີ່ກໍາລັງຮັກສາໂຕ 4 ຄົນ.

ທີ່ມາ: ບ້ານເມືອງ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button