ຄລິບຕອນເກີດເຫດ! ລົດຂົນນໍ້າມັນຢຽບລົດຈັກ ເສຍຊີວິດ 2 ຄົນ. ເບິ່ງເປັນອຸທອນ! ຂັບລົດຢ່າປະໝາດ.
ຂ່າວເສົ້າໃຈອີກແລ້ວ! ລາຍງານຈາກອາສາກູ້ໄພ 1624 ເຫດລົດ 24 ລໍ້ຂົນສົ່ງນໍ້າມັນຕໍາລົດຈັກ ທີ່ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ.
ເຫດເກີດເວລາປະມານ 18:00 ວັນທີ 25 ມັງກອນ 2021.

ລົດຈັກຜູ່ເສຍຊີວິດ ປ້າຍຂາວ ຈສ 5890 ລົດຈັກໂຄລາວ
ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ ແລະ ເຂດ 2 ເມືອງຫາດຊາຍຟອງ) ຈຶ່ງໄດ້ອອກກວດສອບເຫດພົບຜູ້ເສຍຊີວີດ 2 ຄົນ ເປັນເພດຊາຍ ເຊິ່ງເສຍຊີວິດຄາທີ່ຈາກອຸບັດຕິເຫດດັ່ງກ່າວ ໂດຍລາຍລະອຽດມີຄື:
– ຜູ່ທີ 1 ຊື່ ທ. ຄຳຕາ, ອາຍຸ 42 ປີ, ບ.ທ່ານາແລ້ງ, ມ. ຫາດຊາຍຟອງ, ນະຄອນຫຼວງວຽງຈັນ. ສະພາບສົບໄດ້ຮັບແຮງກະແທກທົ່ວຕົນຕົວ, ແຂນ-ຂາຫັກ ແລະ ອະໄວຍະວະພາຍໃນກະຈາຍອອກທົ່ວຖະໜົນ.
– ຜູ່ທີ 2 ຊື່ ທ. ເທ້, ອາຍຸ 27 ປີ, ບ. ທ່ານາແລ້ງ, ມ. ຫາດຊາຍຟອງ, ນະຄອນຫຼວງວຽງຈັນ. ສະພາບສົບໄດ້ຮັບແຮງກະແທກທົ່ວຕົນຕົວ, ແຂນ-ຂາຫັກ ແລະ ອະໄວຍະວະພາຍໃນກະຈາຍອອກທົ່ວຖະໜົນ.
ດັ່ງນັ້ນ, ພວກເຮົາຈື່ງໄດ້ມ້ຽນຄາບສົບແລ້ວນຳສົ່ງປ່າຊ້າບ້ານດົງໂພສີ ເພື່ອມອບໃຫ້ທາງຄອບຄົວປະກອບພິທີທາງສາສະໜາ.