ຂປລ.ຕາມຂ່າວຈາກ ນີວແດນລີ, ພາຍໃນເວລາເກືອບ 3ເດືອນ ອິນເດຍ ສັກວັກຊິນ ປ້ອງກັນ ໂຄວິດ-19 ໄປແລ້ວ ຫລາຍກວ່າ 100 ລ້ານຫລອດ.

ແຕ່ໃນຮອບ24 ຊົ່ວໂມງ ລ້າສຸດ ພົບຜູ້ຕິດເຊື້ອ ລາຍໃໝ່ 152.879 ຄົນ ໃນວັນທີ11ເມສານີ້ ເປັນສະຖິຕິ ລາຍວັນ ສູງທີ່ສຸດ ຄັ້ງໃໝ່ ນັບຕັ້ງແຕ່ ອິນເດຍ ພົບການແຜ່ລະບາດ ໂຄວິດ-19ໃນປີກາຍນີ້.

ຂະນະທີ່ ຮອບວັນ ມີຜູ້ເສຍຊີວິດ 839ຄົນ ເປັນສະຖິຕິສູງ ໃນຮອບເກືອບເຄິ່ງປີ ເຮັດໃຫ້ອິນເດຍ ມີຜູ້ເສຍຊີວິດ ສະສົມ ຈາກໂຄວິດ-19 ຢ່າງນ້ອຍ 169.275ຄົນ ແລະ ຜູ້ຕິດເຊື້ອ ສະສົມ ທັງໝົດ 13,35 ລ້ານຄົນ.

ຫລາຍທີ່ສຸດ ໃນທະວີບ ອາຊີ ແລະ ຢູ່ເປັນອັນດັບ 3ຂອງໂລກ ຮອງຈາກ ສ.ອາເມລິກາ ແລະ ບຣາຊິນ.ຂະນະທີ່ ຜູ້ໄດ້ຮັບ ການປິ່ນປົວ ດີແລ້ວ 12,08 ລ້ານກວ່າຄົນ.
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ