ຄຳຖະແຫຼງຂອງທ່ານ ຮອງນາຍົກລັດຖະມົນຕີ ກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ


ຄຳຖະແຫຼງຂອງທ່ານ ຮອງນາຍົກລັດຖະມົນຕີ ກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ
(ວັນຈັນ, ວັນທີ 12 ເມສາ 2021, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ)
ພໍ່ແມ່, ພີ່ນ້ອງ ຊາວລາວ ໃນທົ່ວປະເທດ ທີ່ເຄົາລົບ ຮັກແພງ ທັງຫຼາຍ
ມື້ນີ້ ແມ່ນວັນຈັນ ວັນທີ 12 ເມສາ 2021, ແລະ ຍັງອີກ 2-3 ວັນ ກໍ່ຈະເປັນປີໃໝ່ ປະຈຳຊາດລາວເຮົາ.ໃນປີ ຜ່ານມານີ້ ບັນດາປະເທດໃນທົ່ວໂລກ, ລວມທັງ ສປປ ລາວ ຂອງພວກ ເຮົາໄດ້ປະເຊີນກັບ “ ການລະບາດຢ່າງຮ້າຍແຮງຂອງພະຍາດ COVID-19 ” ເຊີ່ງໄດ້ແຜ່ລາມເປັນວົງກວ້າງ ນັບແຕ່ຕົ້ນປີ 2020 ມານີ້.
ເພື່ອຮັບມື ກັບສະພາບການດັ່ງກ່າວ ລັດຖະບານເຮົາ ກະກຽມຄວາມພ້ອມ ແລະ ວາງມາດຕະການປ້ອງກັນແຕ່ຫົວທີ ໂດຍໄດ້ອອກຄໍາສັ່ງເລກທີ 06/ນຍ ແລະ ໄດ້ທົບທວນ ແລະ ປັບປຸງ ໃຫ້ສອດຄ່ອງກັບສະພາບການແຜ່ລະບາດຂອງພະຍາດ ເປັນແຕ່ລະໄລຍະ; ທຸກພາກສ່ວນໃນສັງຄົມ ໄດ້ເປັນເຈົ້າການໃຫ້ຄວາມຮ່ວມມື ແລະ ຈັດຕັ້ງປະຕິບັດມາດຕະການຕ່າງໆ ເຫຼົ່ານັ້ນ ຢ່າງເຂັ້ມງວດ,
ພ້ອມກັນນີ້ ກໍໄດ້ຮັບການຊ່ວຍເຫຼືອ ສະໜັບສະໜູນຈາກສັງຄົມ, ອົງການຈັດຕັ້ງ ແລະ ບັນດາປະເທດເພື່ອນມິດ ຈຶ່ງເຮັດໃຫ້ພວກເຮົາສາມາດເອົາຊະນະສັດຕູ ໂຕຮ້າຍກາດນີ້ໄດ້ ໃນລະດັບໃດໜຶ່ງ ຊຶ່ງສະແດງອອກ ບໍ່ມີຜູ້ຕິດເຊື້ອພະຍາດ COVID-19 ພາຍໃນປະເທດ ເລີ່ມແຕ່ກາງເດືອນ ເມສາ 2020 ເປັນຕົ້ນມາ.
ໄປຄຽງຄູ່ກັນນີ້ ລັດຖະບານ ກໍ່ໄດ້ຈັດຕັ້ງສັກຢາ ໃຫ້ກຸ່ມເປົ້າໝາຍ, ມາປະຈຸບັນ ໄດ້ສຳເລັດເຂັມທີ 1 ຈຳນວນ 140.000 ກວ່າຄົນ ແລະ ເຂັມທີ 2 ໄດ້ ເກືອບ 28.000 ຄົນ.
ປັດຈຸບັນ COVID-19 ຍັງສືບຕໍ່ເປັນໄພຄຸກຄາມຕໍ່ໂລກ ແລະ ຕໍ່ປະເທດເຮົາ ນັບມື້ນັບເພີ່ມຂຶ້ນ ຊຶ່ງບໍ່ທັນສາມາດສະກັດກັ້ນ ໄດ້ຢ່າງຂາດຕົວເທື່ອ, ເຊື້ອພະຍາດໄດ້ກາຍພັນ ມີຄວາມສາມາດທຳລ້າຍຮ້າຍແຮງກວ່າເກົ່າ ເຮັດໃຫ້ການຕິດເຊື້ອເພີ່ມຂຶ້ນໄວ ຢູ່ປະເທດຕ່າງໆ ໃນໂລກ, ຫຼາຍປະເທດ ມີການລະບາດຮອບ 2, ຮອບ 3 ແລ້ວ, ມາຮອດມື້ນີ້ ພະຍາດດັ່ງກ່າວ ຍັງສືບຕໍ່ແຜ່ເຊື້ອໄປທົ່ວເຂດແຄວ້ນຂອງໂລກ, ມີຜູ້ຕິດເຊື້ອເກືອບ 136 ລ້ານ ຄົນ, ມີຜູ້ເສຍຊີວິດ ທັງໝົດເກືອບ 3 ລ້ານ ຄົນ. ໃນນີ້ ຢູ່ປະເທດອ້ອມຂ້າງຂອງພວກເຮົາ ກໍກຳລັງມີການລະບາດຮຸນແຮງຂຶ້ນ,
ມີການລະບາດໃນຮອບໃໝ່ ຊຶ່ງໄດ້ຂະຫຍາຍອອກສູ່ວົງກ້ວາງ ແລະ ຍາກທີ່ຈະສະກັດກັ້ນ ແລະ ຄວບຄຸມ ໄວ້ໄດ້, ຊຶ່ງມີຄວາມສ່ຽງສູງທີ່ອາດຈະແຜ່ລະບາດ ເຂົ້າມາປະເທດເຮົາ ເນື່ອງຈາກ ສັງຄົມ ເລີ່ມມີການລະເຫຼີງ, ຖືເບົາຕໍ່ມາດຕະການທີ່ຄະນະສະເພາະກິດວາງອອກ ແລະ ຍັງມີສະພາບການເຂົ້າເມືອງຜິດກົດໝາຍ ແລະ ກໍຍ້ອນວ່າພວກເຮົາໄດ້ຜ່ອນຜັນມາດຕະການຈຳນວນໜຶ່ງເພື່ອຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດ ຊຶ່ງໄດ້ມີການອະນຸຍາດ ໃຫ້ເດີນທາງເຂົ້າ-ອອກ ສປປ ລາວ ຈຶ່ງໄດ້ພົບຜູ້ຕິດເຊື້ອ ທີ່ເດີນທາງມາຈາກຕ່າງປະເທດ. ມາຮອດມື້ນີ້ ເຖິງວ່າ ຢູ່ ສປປ ລາວ ມີຜູ້ຕິດເຊື້ອສະສົມ ລວມທັງໝົດ 51 ຄົນ (ກໍລະນີໃໝ່ 2 ກໍລະນີ), ໃນນີ້ ປີ່ນປົວຫາຍດີ 47 ຄົນ ແລະ ຍັງສືບຕໍ່ປິ່ນປົວ 04 ຄົນ ແຕ່ມາຮອດວັນທີ 11 ເມສາ 2021 ໄດ້ພົບຄົນເຈັບຕິດເຊື້ອພາຍໃນປະເທດ ເປັນຄັ້ງທຳອິດໃນໄລຍະ 1 ປີຜ່ານມາ.
ພໍ່ແມ່ ພີ່ນ້ອງ ທີ່ຮັກແພງທັງຫຼາຍ,
ອີງໃສ່ສະພາບການລະບາດ ຢູ່ບັນດາປະເທດໃນໂລກ ໂດຍສະເພາະປະເທດ ທີ່ີມີຊາຍແດນຕິດຈອດກັບປະເທດເຮົາ, ສົມທົບກັບໄລຍະນີ້ ຍັງມີແຮງງານທີ່ເດີນທາງຈາກປະເທດທີ່ມີການລະບາດຂອງພະຍາດ ເຂົ້າມາໃນປະເທດເຮົາ, ດັ່ງນັ້ນ ແຕ່ນີ້ ຕໍ່ໄປ ພວກເຮົາ ຕ້ອງພ້ອມກັນມີສະຕິລະວັງຕົວ ໃຫ້ສູງກວ່າເກົ່າ ແລະ ພ້ອມກັນເອົາໃຈໃສ່ປປະຕິບັດເຂັ້ມງວດໃນການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ດັ່ງນີ້:
1. ສືບຕໍ່ປະຕິບັດ ຄຳສັ່ງ, ຄຳແນະນຳ, ແຈ້ງການ ທີ່ອອກມາແລ້ວໃຫ້ເຂັ້ມງວດ ໂດຍສະເພາະ ຄຳສັ່ງເພີ່ມເຕີມ ກ່ຽວກັບການເພີ່ມທະວີການປະຕິບັດບັນດາມາດຕະການ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວຫາທ້າຍເດືອນເມສາ.
2. ຈັດຕັ້ງການສັກວັກຊີນກັນພະຍາດ COVID-19 ຢ່າງເລັ່ງດ່ວນ ໂດຍສະເພາະສຸມໃສ່ສັກໃຫ້ກຸ່ມອາຊີບທີ່ໃຫ້ການບໍລິການສາທາລະນະ ແລະ ຂະຫຍາຍໄປທຸກສາຂາອາຊີບຕາມແຜນທີ່ວາງໄວ້.
ສະນັ້ນ ຈຶ່ງຮຽກຮ້ອງທຸກພາກສ່ວນໃນສັງຄົມ ຕື່ນຕົວສະໝັກໃຈໃນການສັກວັກຊີນ ເພື່ອປ້ອງກັນຕົນເອງ, ຄອບຄົວ ແລະ ທົ່ວສັງຄົມ ຊຶ່ງຢາວັກຊີນ ແມ່ນໄດ້ຮັບການຢັ້ງຢືນ ຈາກອົງການສາກົນ, ຫຼາຍປະເທດໃນໂລກ ກໍ່ໄດ້ນຳໃຊ້. ຜ່ານການສັກຢາວັນຊີນ ໃຫ້ກຸ່ມເປົ້າໝາຍໃນໄລຍະຜ່ານມາ ບໍ່ມີການລາຍງານກ່ຽວກັບຜົນຂ້າງຄຽງທີ່ຮ້າຍແຮງເກີດຂຶ້ນ.
3. ພ້ອມກັນນີ້ ກໍ່ສະເໜີໃຫ້ພາກທຸລະກິດ ເປັນເຈົ້າການປະກອບສ່ວນສະໜັບສະໜູນແຜນການສັກວັກຊີນ ໂດຍຜ່ານກະຊວງສາທາລະນະສຸກ.
4. ເພີ່ມທະວີການຕິດຕາມ, ກວດກາ ບໍລິເວນລຽບຕາມຊາຍແດນ ຢ່າງເຄັ່ງຄັດ ເພື່ອສະກັດກັ້ນການລັກລອບເຂົ້າປະເທດ ຂອງພົນລະເມືອງລາວ ແລະ ຊາວຕ່າງຊາດ ໂດຍສະເພາະ ຈຸດຂ້າມລອຍລະຫວ່າງປະເທດໃກ້ຄຽງທີ່ມີການລະບາດໃນຊຸມຊົນ ເພື່ອໃຫ້ສາມາດນຳເອົາຜູ້ລັກລອບເຂົ້າເມືອງຜິດກົດໝາຍ
ມາກວດວິເຄາະຊອກຫາເຊື້ອ COVID-19 ແລະ ຈຳກັດບໍລິເວນຢູ່ສູນ ທີ່ຄະນະສະເພາະກິດ ກຳນົດໄວ້ ໃຫ້ຄົບ 14 ວັນ ຕາມລະບຽບການ. ພ້ອມກັນນີ້, ກໍ່ຈະປະຕິບັດມາດຕະການ ເດັດຂາດ ຕໍ່ຜູ້ທີ່ລັກລອບເຂົ້າ-ອອກເມືອງ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ ກຳນົດ.
5. ສືບຕໍ່ໂຄສະນາເຜີຍແຜ່ ໃຫ້ປະຊາຊົນເພີ່ມທະວີ ໃນການປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ.
6. ປັບປຸງມາດຕະຖານສູນຈຳກັດບໍລິເວນ, ກວດວິເຄາະຫາເຊື້ອພະຍາດ ໃນກຸ່ມຄົນທີ່ມີອາການສົງໃສ ແລະ ມີຄວາມສ່ຽງ.
ພໍ່ແມ່ ພີ່ນ້ອງ ທີ່ຮັກແພງທັງຫຼາຍ,
ຕໍ່ໜ້າສະພາບການດັ່ງກ່າວ ລັດຖະບານ ມີແຜນສືບຕໍ່ສັກຢາວັກຊີນ ໃຫ້ພົນລະເມືອງ ໃນປີ 2021 ໃຫ້ໄດ້ 22% ແລະ ປີ 2022 ໃຫ້ໄດ້ 70% ຂອງຈຳນວນພົນລະເມືອງທັງໝົດ. ດັ່ງນັ້ນ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງພໍ່ແມ່ພີ່ນ້ອງ,
ປະຊາຊົນລາວທຸກຖ້ວນໜ້າ ພະນັກງານ ທະຫານຕຳຫຼວດໃນຂອບເຂດທົ່ວປະເທດ ຜູ້ທີ່ນອນຢູ່ໃນກຸ່ມເປົ້າໝາຍທີ່ກຳນົດໄວ້ ໂດຍສະເພາະ ພະນັກງານຫຼັກແຫຼ່ງ ແກ່ນສານ ຈົ່ງເປັນແບບຢ່າງ ນຳໜ້າ ພ້ອມພຽງໜ້າກັນ ໄປຮັບການສັກຢາວັກຊີນຢ່າງຮີບດ່ວນ ໃຫ້ຄົບຖ້ວນ ເພື່ອຮັບປະກັນໃນການປ້ອງກັນການຕິດເຊື້ອ.
ຂໍຮຽກຮ້ອງມາຍັງທຸກການຈັດຕັ້ງ, ທຸກອົງການຂອງພັກ, ລັດ, ອົງການຈັດຕັ້ງແນວໂຮມ, ອົງການຈັດຕັ້ງມະຫາຊົນ, ການຈັດຕັ້ງທາງສັງຄົມ ຈົ່ງເປັນກຳລັງແຮງໃນການຈັດຕັ້ງປະຕິບັດບັນດາມາດຕະການທີ່ລັດຖະບານ ວາງອອກ ຢ່າງເປັນເອກະພາບ ແລະ ມີຄວາມຮັບຜິດຊອບສູງແທ້.
ອີກເທື່ອໜຶ່ງ ຂ້າພະເຈົ້າຂໍຂອບໃຈ ມາຍັງຄະນະສະເພາະກິດ, ປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການສະໜັບສະໜູນ, ໃຫ້ການປຶກສາແກ່ພວກເຮົາຕະຫຼອດມາ.
ໃນໂອກາດປີໃໝ່ລາວ ທີ່ຈະມາເຖິງນີ້, ຂໍໃຫ້ທຸກຄົນ ສະເຫຼີມສະຫຼອງປີໃໝ່ ຕາມລະບຽບຫຼັກການ,
ມີຄວາມປອດໄພ ແລະ ມີສະຕິໃນການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19. ຂ້າພະເຈົ້າ ຂໍອວຍພອນໃຫ້ທຸກໆຄົນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກ ໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຜົນສຳເລັດໃນ ໜ້າທີ່ວຽກງານຂອງຕົນ .
(ຂໍຂອບໃຈ)