

🔥 ມາເບິ່ງຂັ້ນຕອນ ການຂໍຮັບ ການສັກຢາ ວັກຊີນ ຕ້ານໂຄວິດ-19. ໄລຍະ ບຸນປີໃຫມ່ລາວເພິ່ນກໍ່ເປີດ ໃຫ້ໄປສັກຢາ ໄດ້ເດີ້ ໃນໂມງລັດຖະການ.


ທຸກຄົນ ທີ່ມີຄວາມປະສົງ ຢາກຈະສັກແມ່ນສາມາດ ເຂົ້າໄປ ຂໍໃຊ້ບໍລິການໄດ້ ໂດຍບໍ່ມີຄ່າໃຊ້ຈ່າຍ ໃດໆ.
1.ກະກຽມບັດປະຈໍາຕົວ ປື້ມສຳມະໂນຄົວ ຫຼື ໜັງສືຜ່ານແດນ ຢ່າງໃດຢ່າງໜຶ່ງ.
2. ເດີນທາງໄປໂຮງໝໍສູນກາງ, ໂຮງໝໍແຂວງ ຫຼື ໂຮງໝໍເມືອງ ທີ່ໃກ້ຄຽງ ເພື່ອຂໍຮັບວັກຊິນຕ້ານໂຄວິດ.


3. ໃສ່ຂໍ້ມູນປະຫວັດ ແລະ ອາການຜ່ານມາຂອງຕົນເອງ ແລະ ເຊັນຍີນຍອມໃນແບບຟອມ.
4. ເຮັດການວັດແທກຄວາມດັນ ແລະ ອັດຕາການເຕັ້ນຂອງຫົວໃຈ
5. ຮັບການສັກຢາ ວັກຊິນ ຕ້ານໂຄວິດ.


6. ພັກຜ່ອນ 15 ນາທີ ເບີ່ງອາການ ຖ້າບໍມີຫຍັງກັບເຮືອນໄດ້.
7. ຫ້າມດື່ມສິ່ງມຶນເມົາ ເປັນໄລຍະເວລາ 5-7 ວັນ


ທີ່ມາ: lao youth radio fm 9:0 hmz