ຂ່າວດ່ວນ
ດ່ວນ ! ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂຈະເດີນເຮີຶອເພີຶ່ອຕ້ານໂຄວິດ


ໂດຍປະຕິບັດຕາມທິດຊີ້ນໍາຂອງຄະນະສະເພາະກິດຂັ້ນເມືອງ. ໃນວັນທີ 12 ເມສາ 2021 ນີ້ ຫ້ອງວ່າການເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ອອກແຈ້ງການ ສະບັບເລກທີ 090 ຄະນະພັກຮາກຖານ ອຳນາດການປົກຄອງບ້ານ ທີ່ມີຊາຍແດນຕິດກັບປະເທດເພື່ອນບ້ານ.


ຊີ້ນໍາພໍ່ແມ່ປະຊາຊົນທີ່ຢູ່ໃນຄວາມ ຮັບຜິດຊອບຂອງຕົນ ໂດຍສະເພາະແມ່ນເຈົ້າຂອງເຮືອທຸກປະເພດຢຸດຕິການເດີນເຮືອ ໃຫ້ນໍາເອົາເຮືອ ນ້ອຍ ເຮືອກາບຂອງໃຜລາວຂຶ້ນຝັ່ງ ເພື່ອຫຼີກລ່ຽງການລັກລອບຂົນສົ່ງຄົນຂ້າມມາຝັ່ງລາວ ລັກລອບຂົນສົ່ງ ສິນຄ້າ ແລະ ອື່ນໆ ພ້ອມທັງຈັດຕັ້ງກຳລັງ ປກສ ກອງຫຼອນບ້ານ ປ້ອງກັນເວນຍາມ.


ເພື່ອກວດກາລາດ ຕະເວນຕາມຊາຍແດນ ເນື່ອງຈາກປັດຈຸບັນ ບັນດາປະເທດໃນໂລກຍັງມີສະພາບການແຜ່ລະບາດຂອງພະ ຍາດໂຄວິດ-19 ຢ່າງຮຸນແຮງ ແລະ ເພີ່ມຂຶ້ນເລື້ອຍໆ ໂດຍສະເພາະແມ່ນປະເທດເພື່ອນບ້ານໃກ້ຄຽງ ທີ່ມີການລະບາດເປັນວົງກວ້າງ.


(ພາບ-ຂ່າວ: ອຸໄທ ພູມມາ)ປະຊາຊົນ