ທ່ານໝໍ ຜູ້ທີ່ບໍ່ອາບນໍ້າມາ 5ປີກວ່າແລ້ວ ຍັງຮູ້ສືກສະບາຍດີ ແລະ ຄຸ້ນເຄີຍກັບມັນເອງ


ຖ້າມາຖາມທ່ານໝໍ ເຈມສ໌ ຮຳບລິນ ລາວກໍຈະຕອບທັນທີວ່າ “ຂ້ອຍຮູ້ສຶກສະບາຍດີ” ຫຼັງຈາກທີ່ລາວໄດ້ທົດລອງບໍ່ອາບນໍ້າມາໄດ້ 5 ປີແລ້ວ. ແຕ່ເຮົາຈະເຊື່ອລາວໄດ້ ຫຼື ບໍ່? ຕ້ອງໄປອ່ານເລື່ອງລາວຂອງລາວນຳກັນ ຈາກບົດສຳພາດທີ່ລາວໄດ້ໃຫ້ສຳພາດກັບສຳນັກຂ່າວ BBC ເອົາໄວ້.


ທ່ານໝໍຮຳບລິນໄດ້ເລົ່າປະສົບການທົດລອງບໍ່ອາບນໍ້າຢ່າງລະອຽດໄວ້ໃນປຶ້ມທີ່ຊື່ວ່າ Clean: The New Science of Skin and the Beauty of Doing Less ເຊິ່ງເຜີຍແຜ່ອອກມາໃນປີ 2020. ທ່ານໝໍຮຳບລິນ ອາຍຸ 37 ປີ ເປັນອາຈານສອນທີ່ຄະນະສາທາລະນະສຸກສາດ ມະຫາວິທະຍາໄລເຢລ ໃນສະຫະລັດອາເມລິກາ ແລະ ຍັງເປັນແພດຊ່ຽວຊານດ້ານການຢາປ້ອງກັນ.
ການທົດລອງບໍ່ອາບນໍ້າເປັນເວລາ 5 ປີຂອງລາວເລີ່ມຕົ້ນຈາກການທີ່ລາວສົງໄສວ່າ ຈະເກີດຫຍັງຂຶ້ນຖ້າບໍ່ໄດ້ອາບນໍ້າຊະລ້າງຮ່າງກາຍເປັນເວລາດົນໆ. ແລ້ວຫຼັງຈາກນັ້ນເກີດຍັງຂຶ້ນກັບລາວ ໄປເບິ່ງກັນ.


ທ່ານໝໍເລົ່າວ່າ ເມື່ອເວລາຜ່ານໄປ ຮ່າງກາຍກໍຈະຄ່ອຍໆຄຸ້ນເຄີຍກັບການບໍ່ອາບນໍ້າ, ດັ່ງນັ້ນມັນຈະບໍ່ຄ່ອຍສົ່ງກິ່ນເໝັນຫຼາຍເວລາທີ່ເຮົາບໍ່ໄດ້ໃຊ້ຜະລິດຕະພັນດັບກິ່ນກາຍ ແລະ ສະບູ. ພ້ອມນັ້ນຜິວໜັງຂອງເຮົາກໍຈະບໍ່ມັນນຳອີກ. ສ່ວນເສັ້ນຜົມ ການທຳລາຍວົງຈອນການໃຊ້ຢາສະຜົມ ແລະ ຄຣີມນວດ ຈະເຮັດໃຫ້ເສັ້ນຜົມກັບຄືນສູ່ສະພາບທີ່ເຄີຍເປັນກ່ອນທີ່ຈະເລີ່ມໃຊ້ຜະລິດຕະພັນນີ້.
ສຳລັບເລື່ອງຂອງກິ່ນໂຕ, ທ່ານໝໍຮຳບລິນ ກ່າວວ່າ ການໃຊ້ຜະລິດຕະພັນທຳຄວາມສະອາດຜິວໜັງ ແລະ ຜົມທຸກມື້ມັນຈະໄປລົບກວນຄວາມສົມດຸນລະຫວ່າງນໍ້າມັນເທິງຜິວໜັງ ແລະ ແບັກທີເຣຍ. ສະນັ້ນ ເມື່ອເຮົາອາບນໍ້າຫຼາຍເກີນໄປ ມັນຈະທຳລາຍລະບົບນິເວດຂອງແບັກທີເຣຍ ແລະ ເຮັດໃຫ້ແບັກທີເຣຍເພີ່ມປະລິມານຄືນຢ່າງວ່ອງໄວ ເຊິ່ງສົ່ງຜົນຕໍ່ແບັກທີເຣຍຊະນິດທີ່ເຮັດໃຫ້ເກີດກິ່ນບໍ່ພຶງປະສົງ.


ທ່ານໝໍກ່າວວ່າ ການບໍ່ອາບນໍ້າຈະກະຕຸ້ນໃຫ້ເກີດຂະບວນການຄວບຄຸມທີ່ເຮັດໃຫ້ລະບົບນິເວດເທິງຜິວໜັງກັບຄືນສູ່ສະພາບສົມດຸນ ແລະ ເຮັດໃຫ້ເຮົາຢຸດສົ່ງກິ່ນບໍ່ພຶງປະສົງ. . ແລ້ວທ່ານໝໍບໍ່ໄດ້ອາບນໍ້າເລີຍແມ່ນບໍ່? ຄຳຕອບກໍຄື ລາວຍັງຄົງມີການລ້າງສິ່ງສົກກະປົກທີ່ແນມເຫັນໄດ້ ຫຼັງຈາກການອອກກຳລັງກາຍ ພ້ອມທັງສາມາດກຳຈັດຄວາມມັນ ແລະ ເຫື່ອໄຄຕາມຜິວໜັງໄດ້ດ້ວຍການໃຊ້ມືຂັດຖູ ແລະ ຫວີຜົມເປັນບາງຄັ້ງຄາວ.


ສຳລັບຜູ້ທີ່ຢາກທົດລອງບໍ່ອາບນໍ້າຄືກັບທ່ານໝໍໜຸ່ມຄົນນີ້, ລາວແນະນຳວ່າ ໃຫ້ເລີ່ມຕົ້ນເທື່ອລະນ້ອຍຢ່າງຄ່ອຍເປັນຄ່ອຍໄປ ແລ້ວຄ່ອຍປັບໄປຈົນຮອດຈຸດທີ່ເຮັດໃຫ້ຮູ້ສຶກດີ ເຊັ່ນ: ໃຊ້ຢາສະຜົມໃນປະລິມານນ້ອຍລົງ ຫຼື ໃຊ້ນໍ້າຢາກຳຈັດກິ່ນກາຍທີ່ມີກິ່ນອ່ອນລົງ, ອາບນ້ໍາໃນອຸນຫະພູມທີ່ເຢັນລົງ, ໃຊ້ເວລາສັ້ນລົງ ແລະ ຄວາມຖີ່ໜ້ອຍລົງ ລວມທັງໃຊ້ສະບູນ້ອຍລົງ.
ຂໍ້ມູນ www.bbc.com