ແຂວງເຊກອງ ອອກແຈ້ງການ ໃຫ້ປິດຊົ່ວຄາວຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ ແລະຫ້າມຈັດງານລ້ຽງໃນງານດອງ, ງານພົບປະສ້າງສັນ

ຄະນະກໍາມະການສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ covID – 19.

ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ຂໍຖືເປັນກຽດແຈ້ງການມາຍັງ ຫ້ອງການ ຖະແຫຼງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ 4 ຕົວເມືອງ, ນາຍບ້ານ ແລະ ບັນດາຜູ້ປະກອບການ ທຸລະກິດ ທ່ອງທ່ຽວ ຮ້ານບັນເທີງ, ຮ້ານຄາຣາໂອເກະ ແລະ ຮ້ານກິນດື່ມ ຊາບວ່າ: ປະຈຸບັນພະຍາດ ໂຄວິດ 19

ຍັງສືບຕໍ່ ເປັນໄພຄຸກຄາມ ຕໍ່ໂລກ ແລະ ຕໍ່ປະເທດເຮົາ ນັບມື້ນັບເພີ່ມຂຶ້ນ ຊຶ່ງບໍ່ທັນສາມາດສະກັດກັ້ນໄດ້ຢ່າງຂາດຕົວເທື່ອ ເຊື້ອພະຍາດໂດວິດ- 19 ໄດ້ກາຍພັນ ມີຄວາມສາມາດທໍາລາຍຮ້າຍແຮງກວ່າເກົ່າ

ເຮັດໃຫ້ການຕິດເຊື້ອໄວ້ຂຶ້ນ ຢູ່ປະເທດຕ່າງໆ ໃນໂລກ ແລະ ຢູ່ ປະເທດອ້ອມຂ້າງຂອງພວກເຮົາ ກໍກໍາລັງມີການລະບາດຮອບໃຫມ່ ທີ່ຮຸນແຮງຂື້ນ ແລະ ຂະຫຍາຍອອກສູ່ວົງກວ້າງ ບ່ອນ ທີ່ພາໃຫ້ມີການເເຜ່ເຊື່ອ ອອກສູ່ວົງກວ້າງແມ່ນຮ້ານບັນເທິງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ

ດັ່ງນັ້ນ ເພື່ອປ້ອງກັນແຕ່ ຫົວທີ ຮັບປະກັນບໍ່ໃຫ້ມີການແຜ່ລະບາດ ໃນແຂວງເຊກອງ ຈຶ່ງຂໍແຈ້ງມາຍັງບັນດາທ່ານດັ່ງນີ້ :

1. ໃຫ້ປິດຊົ່ວຄາວ ສະຖານທີ່ ຮ້ານບັນເທິງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ ແລະ ຫ້າມຈັດງານລ້ຽງ ໃນງານດອງ ງານ, ພົບປະ ສ້າງສັນທີ່ເຕົ້າໂຮມຄົນຫຼາຍ ນັບແຕ່ວັນທີ່ 14 – 30 ເມສາ 2021. ສໍາລັບການຈັດງານດອງແມ່ນໃຫ້ຈັດຕາມ ປະເພນີ ອັນດີງາມແບບຄອບຄົວເທົ່ານັ້ນ.

2 ໃຫ້ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ 4 ຕົວເມືອງ ເປັນເຈົ້າການ ປະສານສົມທົບກັບ ກໍາລັງ ປ້ອງກັນຄວາມສະຫງົບ ແລະ ຄະນະກໍາມະການສະເພາະກິດຂັ້ນເມືອງ ເພື່ອຈັດຕັ້ງການເຄື່ອນໄຫວ ຕິດຕາມ ກວດກາ ຮ້ານບັນເທິງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ ແລະ ສະຖານທີ່ຈັດງານດອງຢ່າງເຂັ້ມງວດ.

3. ໃນກໍລະນີ ກວດຜູ້ລະເມີດຕໍ່ແຈ້ງການ ຄັ້ງທໍາອິດ ໃຫ້ກ່າວເຕືອນ ພ້ອມທັງເຮັດບົດບັນທຶກໄວ້ເປັນຫຼັກຖານ,ຫາກຍັງສືບຕໍ່ລະເມີດຕື່ມອີກ ແມ່ນໃຫ້ຢຶດ ໃບອະນຸຍາດດໍາເນີນທຸລະກິດ, ໃຫ້ປິດກິດຈະການ ພ້ອມທັງປັບໃຫມຕາມລະບຽບ ການ.

4. ສ່ວນມາດຕະການດ້ານອື່ນໆ ທີ່ກ່ຽວຂ້ອງເເມ່ນໃຫ້ປະຕິບັດ ຕາມແຈ້ງການ ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລະ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ,

ດັ່ງນັ້ນ, ຈື່ງຂໍຖືເປັນກຽດແຈ້ງການມາຍັງ ຫ້ອງການ ຖວທ ເມືອງ 4 ຕົວເມືອງ, ນາຍບ້ານ, ຜູ້ປະກອບການທຸລະກິດ | ທ່ອງທ່ຽວ ເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.

Related Posts

Leave a Reply

Your email address will not be published. Required fields are marked *