ນໍ້າຕາໄຫຼຕາມ! ແມ່ເຖົ້າສູ້ທຸກຢ່າງ ຂໍພຽງໄດ້ເງິນຊື້ເຂົ້າໃຫ້ຫຼານຊາຍກິນ


ເລື່ອງລາວທີ່ແອັດຈະນໍາມາແບ່ງປັນໃນມື້ນີ້ເປັນເລື່ອງສຸດສະເທືອນໃຈ ກ່ຽວກັບຄວາມຮັດຂອງແມ່ເຖົ້າຄົນໜຶ່ງທີ່ມີຕໍ່ຫຼານ ເຖິງແມ່ນຕົນຈະທຸກຍາກປາກໝອງ ແຕ່ສູ້ຕາຍບໍ່ຍອມໃຫ້ຫຼານຊາຍອຶດຢາກ ເຮັດທຸກວິທີທາງ ໃຫ້ໄດ້ເງິນຊື້ເຂົ້າໃຫ້ຫຼ່ນກິນ.


ເລື່ອງລາວທີ່ແອັດກ່າວເຖິງຢູ່ຂ້າງເທິງ ເປັນເລື່ອງຂອງຄົນສູ້ຊີວິດ ຍິງຊາວອິນໂດເນເຊຍ ແມ່ເຖົ້າມຸມູນ ໄວ 60ປີ ຜູ້ກ່ຽວໃຊ້ສີເງິນກະປ໋ອງທາພົ່ນທົ່ວຮ່າງກາຍ ກ່ອນທີ່ຈະທ່ຽວເດີນທາງໄປຕາມຫົນທາງ ເພື່ອຫາເງິນມາລ້ຽງຫຼານຊາຍໄວ 2ປີ.


ແມ່ເຖົ້າມຸມູນ ເລົ່າວ່າ: ພໍ່ແລະແມ່ຂອງເດັກນ້ອຍຄົນນີ້ຖິ້ມລູກໄວ້ໃຫ້ແມ່ເຖົ້າລ້ຽງຕັ້ງແຕ່ເກີດ ເຖິງແມ່ນວ່າເພິ່ນຈະຕ້ອງຕາກແດດທຸກມື້ກໍ່ເຕັມໃຈທີ່ຈະເຮັດເພື່ອຫຼານຊາຍ ບໍ່ເປັນຫຍັງເລີຍ ເຖິງແມ່ນວ່າສີທີ່ນໍາມາທາຄີງນັ້ນຕ້ອງໃຊ້ນໍ້າຢາລ້າງຈານລ້າງອອກກໍ່ຕາມ.


ແມ່ເຖົ້າເລົ່າອີກວ່າ: ສິ່ງທີ່ຕົນເອງໃຊ້ຫາກິນລ້ຽງຫຼານຊາຍໃນຕອນນີ້ແມ່ນການທາສີເງິນ ໃຫ້ຕົນເອງກາຍເປັນຮູບປັ້ນສີເງິນ ຢືນຢູ່ຕາມແຄມຫົນທາງ ໂດຍທີ່ອຸ້ມຫຼາຍຊາຍໄວ້ຂ້າງກາຍຕະຫຼອດ ພ້ອມຍົກປເາຍທີ່ເຮັດຈາກລັງກະດາດ ແລະ ມີກະປ໋ອງນ້ອຍໆວາງຢູ່ທາງຂ້າງ.


ແມ່ເຖົ້າສາມາດຫາເງິນໄດ້ປະມານ ມື້ລະ 100-200 ບາດ ຫຼືປະມານ 30-60 ພັນກີບ ຈາກການປ່ຽນຮ່າງເປັນມະນຸດສີເງິນ ເພິ່ນຫວັງພຽງຈະມີຄົນໃຈດີໃຫ່ເງິນເພິ່ນເພື່ອທີ່ຈະພໍເປັນຄ່າອາຫານໃຫ້ຫຼານຊາຍ ເພາະສິ່ງສໍາຄັນທີ່ສຸດຄືອາຫານສໍາລັບຣີຫັນ ຫຼານຊາຍຂອງແມ່ເຖົ້າ.