ຂ່າວດ່ວນ

ຄົນມີບຸນນັ້ນ ເປັນໄດ້ງ່າຍ ບົດຄວາມນີ້ຈະບອກເຈົ້າ

ເປັນຄົນມີບຸນແບບງ່າຍໆ

ໃຜຄືຄົນທີ່ມີບຸນຫລາຍ ທ່ານເອງກໍ່ອາດມີບຸນຫລາຍໄດ້ດ້ວຍການຝຶກຝົນ

ຄົນທີ່ທຳທານຫລາຍ ອາດບໍ່ແມ່ນຄົນທີ່ມີບຸນຫລາຍສະເຫມີໄປ

ຄົນທີ່ມີລາສີຫລາຍ ກໍ່ອາດບໍ່ແມ່ນຄົນມີບຸນຫລາຍ ແລະຄົນທີ່ທຳສາມາທິຫລາຍ

ກໍ່ອາດບໍ່ແມ່ນຄົນທີ່ມີບຸນຫລາຍເຊັ່ນດຽວກັນ

ຄົນທີ່ທຳທານຫລາຍ..ອາດເປັນພຽງຄົນທີ່ຮູ້ຈັກເສຍສະຫລະຫລາຍ ແຕ່ຖ້າ

ໃນຊີວິດປະຈຳວັນ ນັ້ນຍັງເປັນຄົນທີ່ຂີ້ຫງຸດຫງິດ ຂີ້ຈົ່ມ ນິນທາວ່າຮ້າຍ

ຮູ້ສຶກວ່າມີແຕ່ເລື່ອງທີ່ບໍ່ພໍໃຈ ມີແຕ່ເລື່ອງກວນໃຈມາຮົບກວນ

ມີແຕ່ສິ່ງທີ່ບໍ່ນ່າພໍໃຈມາໃຫ້ໄດ້ພົບເຫັນມີແຕ່ຄວາມທຸກໃຈ

ຈະຖືວ່າເປັນຄົນມີບຸນຫລາຍໄດ້ ແບບໃດລະ??

ຄົນທີ່ຄິດວ່າມີສິນຫລາຍທຳສະມາທິຫລາຍ ກໍ່ບໍ່ແຕກຕ່າງກັນຫລາຍປານໃດດອກ

ເພາະຖ້າໃນຊີວິດປະຈຳວັນນັ້ນ ຍັງເປັນຄົນ

ທີ່ຂີ້ຫງຸດຫງິດ ຂີ້ຈົ່ມ ນິນທາວ່າຮ້າຍ

ຮູ້ສຶກວ່າມີແຕ່ເລື່ອງທີ່ບໍ່ພໍໃຈ ມີແຕ່ເລື່ອງກວນໃຈມາຮົບກວນ

ມີແຕ່ສິ່ງທີ່ບໍ່ນ່າພໍໃຈມາໃຫ້ໄດ້ພົບເຫັນ ມີແຕ່ຄວາມທຸກໃຈຈະຖືວ່າເປັນ

ຄົນມີບຸນຫລາຍໄດ້ ແບບໃດ..​ແຕ່

ກໍຍັງດີທີ່ໄດ້ສະສົມອະນິພານໄວ້ໃຊ້ໃນໂລກຫນ້າ

ພຽງແຕ່ໃນໂລກປັດຈຸບັນ ຍ່ອມຖືວ່າ ທ່ານຍັງບໍ່ມີບຸນຫລາຍແທ້ໆ

ຄົນທີ່ມີບຸນຫລາຍ ຄື..ຄົນທີ່ສະບາຍໃຈງ່າຍ..ຢູ່ບ່ອນໃດ ໃນເວລາໃດ

ກໍສຸກງ່າຍ..ທຸກຍາກ..ມີແຕ່ຄວາມເບົາຈິດ ເບົາໃຈ

ປອດໂປ່ງໂລ່ງສະບາຍ ທ່ານເດເປັນແບບທີກວ່າມາແລ້ວບໍ??

ຄົນທີ່ສາມາດຈ່າຍຄ່າອາຫານແພງໆ ໃນຮ້ານດີໆຮ້ານດັງໆ

ແຕ່ຍັງປ່ອຍໃຫ້ຕົວເອງຫງຸດຫງິດ..ກັບບໍລິການ ຫລື ເລື່ອງໃດທີ່ບໍ່ໄດ້ດັ່ງໃຈ

ອາດຮຽກໄດ້ວ່າເປັນຄົນມີເງິນຫລາຍ ແຕ່ຍັງບໍ່ແມ່ນຄົນມີບຸນຫລາຍແທ້ໆ

ຄົນທີ່ມີບຸນຫລາຍແທ້ໆນັ້ນ ມັກຈະຢູ່ງ່າຍກິນງ່າຍ ປັບຕົວໄດ້ງ່າຍ

ບໍ່ຄ່ອຍຖືສາເລື່ອງຫຍັງຫລາຍໃຫ້ເປັນທຸກ ມີຫຍັງທີ່ເປັນທຸກ

ກໍ່ພຽງຮູ້ວ່າເປັນທຸກ ແຕ່ບໍ່ນ່າທຸກມາແບກ

ຄົນທີ່ມີບຸນຫລາຍແທ້ໆນັ້ນ ມັນບໍ່ຄ່ອຍຖືຕົວຖືຕົນ

ເຂົ້າໃຈວ່າສັບພະສິ່ງລ້ວນແຕ່ເປັນສິ່ງທີ່ສົມມຸດບໍ່ມີຫຍັງທີ່ຍັ້ງຍືນຖາວອນ ມີເກີດແລ້ວ

ຕັ້ງຢູ່ໃນທີສຸດກໍ່ ດັບໄປ ມີຄວາມຮູ້ສຶກປ່ອຍວາງ

ຫລາຍກວ່າເອົາມາແບກທັບຖົມຕົວເອງໃຫ້ເປັນພາລະຫນັກຕະຫລອດເວລາ

ຄົນທີ່ມີບຸນຫລາຍແທ້ໆ ມັກບໍ່ຄິດວ່າຕົນເອງພິເສດ

ກວ່າໃຜຄົນອື່ນ…ໃນທາງກົງກັນຂ້າມເຂົາຈະຮູ້ສຶກຂອບໃຈ

ເວລາທີ່ໃຜເຮັດຫຍັງໃຫ້ບໍ່ວ່າຈະເປັນເລື່ອງນ້ອຍຫລືເລື່ອງໃຫ່ຍ ຈົນຮູ້ສຶກວ່າຕົນເອງເປັນ

ຄົນໂຊກດີ ແມ້ເຖິງບາດທີ່ຕ້ອງປະສົມກັບເຫດການໃດໆທີ່ບໍ່ດີ ກໍ່ຍັງເຫັນເປັນບົດຮຽນ

ຫລືຍັງພໍເຫັນດ້ານດີໄດ້ຢູ່…ຫລື ມັກເບິ່ງເຫັນດ້ານບວກໄດ້ສະເໜີ

ຄົນທີ່ມີບຸນຫລາຍແທ້ໆ ບໍ່ຈຳເປັນຕ້ອງມີຫຍັງພຽບພ້ອມຫລືດີພ້ອມ

ເຖິງແບບນັ້ນ..ເຂົາກໍ່ບໍ່ຮູ້ສຶກຕ່ຳກວ່າ ຫລືສູງກວ່າໃຜ.. ດີກວ່າໃຜຫລືຮ້າຍກວ່າໃຜ

ສະຫລາດກວ່າໃຜຫລືຈ້າກວ່າໃຜ ເພາະເຂົາໃຫ້ກຽດຄວາມເປັນຄົນຂອງທຸກຄົນ

ລວມໄປຮອດຕົນເອງ ຈຶ່ງບໍ່ນຳຕົນເອງໄປປຽບທຽບກັບໃຜ ເຂົາຍິນດີຮັບຟັງຄຳແນະນຳ

ຈາກຜູ້ອື່ນໂດຍບໍ່ຫລົງເປັນເຫຍື່ອຄຳສັນລະເສີນແລະຄຳນິນທາ.

ຄົນລຳບາກທີ່ພໍຊ່ວຍເຫລືອໄດ້ ກໍ່ຊ່ວຍໄປຕາມກຳລັງ..ແບບໃດທີ່ເກີນກຳລັງ

ກໍ່ບໍ່ປ່ອຍໃຫ້ຕົນເອງວ້ານວຸ່ນ ກັງວົນ ທຸກຮ້ອນໃຈໄປກັບສິ່ງນັ້ນ. ເຂົ້າໃຈ

ດີກວ່າທຸກຄົນມີກຳເປັນຂອງຕົນເອງ ມີກຳເປັນມໍລະດົກ ແຕ່ລະຄົນ

ຍ່ອມເປັນຕາມກົດແຫ່ງກຳທີ່ຕົນໄດ້ເຄີຍກະທຳ ບໍ່ເຮັດສິ່ງທີ່ບໍ່ດີລະອາຍ

ຊົ່ວຢ້ານບາບ ເຮັດສິ່ງທີ່ດີໆ ຫາເວລາທຳຈິດໃຫ້ຜ່ອງໃສດ້ວຍ.

ການມີສະຕິໃນການປະຕິບັດທຳໂດຍເຮັດໃນທີ່ໃດໆກໍ່ໄດ້

ບໍ່ຈຳເປັນຕ້ອງໄປເຮັດຢູ່ວັດ ຫລື ທີ່ສຳນັກປະຕິບັດທຳໃດໆ

ເຮັດທີ່ບ້ານກໍ່ໄດ້ ເຮັດໄດ້ໃນທຸກແຫ່ງດ້ວຍຄວາມມີສະຕິໃນປັດຈຸບັນຂະນະ

ພວກເຮົາທຸກຄົນ ສາມາດຝຶກຝົນຕົນເອງໃຫ້ເປັນຄົນທີ່ມີບຸນຫລາຍ ດັ່ງກວ່າໄດ້

ເປັນເລື່ອງທີ່ຮູ້ໄດ້ສະເພາະຕົນ

ຄົນທີ່ທຳການຝຶກຝົນຕົນເອງໃຫ້ເປັນຄົນມີບຸນຫລາຍກ່ອນຕາຍໄດ້ທຸກຄົນ

ຂໍອວຍພອນໃຫ້ຜູ້ອ່ານທຸກທ່ານ ພົບແຕ່ຄວາມສຸກຄວາມຈະເລີນດ້ວຍເທີນ.

ແປລາວ ຈາກເວັບໄຊຮ໌ :​ wansukth

Related Articles

Leave a Reply

Your email address will not be published. Required fields are marked *

Back to top button