

ງົດງາມມີເອກະລັກ ຊຸດອາລິຍະທຳລ້ານຊ້າງ ອອກແບບໂດຍ Muennar parmai ທີ່ນ້ອງຄິສຕີນາ ຣາຊະສີມາຈະສວມໃສ່ໃນເວທີປະກວດ Miss Universe 2021 ທີ່ສະຫະລັດອາເມຣິກາໃນເດືອນພຶດສະພາຈະມາເຖິງ


ໃນວັນທີ13 ເມສາ 2021 ກອງປະກວດ Miss Universe Laos ໄດ້ເປີດໂຕຊຸດປະຈຳຊາດທີ່Miss Universe Laos ຈະສວມໃສ່ໃນເວທີປະກວດ ທີ່ສະຫະລັດອາເມຣິກາໃນເດືອນພຶດສະພາຈະມາເຖິງ ມາໃນຊຸດອາລິຍະທຳລ້ານຊ້າງ ອອກແບບໂດຍ Muennar parmai.


ຊຸດນີ້ຢາກນຳສະເໜີ ສູນລວມວັດທະນະທຳ ຮີດ 12 ຄອງ 14 ປຽບສະເຫມືອນມໍລະດົກອັນລ້ຳຄ່າຂອງຊາດ ແລະ ສະຖານທີ່ການທ່ອງທ່ຽວໃຫ້ໂລກໄດ້ຮັບຮູ້ວ່າປະເທດລາວ ມີຄວາມອຸດົມຮັ່ງມີໄປດ້ວຍມູນມໍລະດົກອັນລໍ້າຄ່າ


ປີນີ້ປະເທດລາວມີຜົນກະທົບຈາກໂລກລະບາດໂຄວິດ19 ເຊິ່ງສົ່ງຜົນກະທົບຢ່າງຮຸ່ນແຮງກ່ຽວກັບເສດຖະກິດ ຈິ່ງຢາກນຳສະເໜີວິທີປ້ອງກັນໂຄວິດຂັ້ນເບື້ອງຕົ້ນໃສ່ຜ້າອັດປາກເພື່ອຄວາມປອດໄພໃນການທ່ອງທ່ຽວລາວ ແລະ ເປັນການທ່ອງທ່ຽວຢ່າງປອດໄພຫ່າງໄກໂຄວິດ.


ຊຸດທີ່ນ້ອງ ຄິສຕີນາ ຣາຊະສີມາ Miss Universe Laos ສວມໃສ່ ໄດ້ຮັບບັນດານໃຈຈາກຊຸດ “ນາງສັງຂານ ຫລວງພະບາງ” ເປັນຕົວແທນຂອງບຸນປະເພນີ້ປີໃຫມ່ລາວ ເພື່ອເປັນການສົ່ງພອນໃຫ້ ປະຊາຊົນລາວ ແລະ ທົ່ວໂລກປາສະຈາກໂລກໄພໄຂ້ເຈັບ ແລະ ຫາງໄກຈາກ ໂຄວິດ -19


ເພາະວັດທະນາທຳການນຸ່ງຖືຂອງ ຫຼວງພະບາງ ມີເອກະລັກ ແລະ ວິຈິດບັນຈົງ ມີທັງສາດ ແລະ ສິນ ໃນຊຸດດັງກ່າວ ທຸກລວດລາຍລ້ວນແຕ່ມີຄວາມໝາຍ ບົ່ງບອກເຖິງວັດທະນາທຳອັນຮຸ່ງເຮືອງຮັ່ງມີທາງສິລະປະ.
ທີ່ມາ : Miss Universe Laos
2021 ຂ່າວລາວ