ວິທີຈະເຮັດໃຫ້ເຈົ້າ ແລະ ຄົນຮັກຂອງເຈົ້າຮັກ ແລະ ເຂົ້າໃຈກັນ ກໍ່ຄືື. 1. ຢ່າປິດບັງກັນ ມີຫຍັງດີໃຈ ເສີຍໃຈ ບໍ່ສະບາຍໃຈ ໜັກໃຈ ກໍ່ຄວນບອກໃຫ້ຄົນຮັກຂອງເຈົ້າຮັບຮູ້ ລາວຈະໄດ້ເຂົ້າໃຈເຈົ້າ ແລະ ບໍ່ຄິດຫຼາຍ. 2. ລົມກັນສ້າງຄວາມເຊື່ອໝັ້ນໃນກັນ ແລະ ກັນ ໃຫ້ລາວໝັ້ນໃຈວ່າເຈົ້າຮັກລາວຄົນດຽວ 3. ຫາກິດຈະກໍາເຮັດຮ່ວມກັນ ເພື່ອສ້າງຄວາມສະໜິດສະໜົມກົມກຽວກັນ ຢ່າປ່ອຍໃຫ້ຄວາມຫ່າງເຫີນເຂົ້າມາທຳຮ້າຍຄວາມຮັກຂອງເຈົ້າ
Category: ຄວາມຮັກ

ແຟນເກົ່າທີ່ນອກໃຈເຮົາ ໄປມີຄົນໃໝ່ອາດຈະມີຄ່າໃຫ້ຈົດຈໍາ ແຕ່ຂໍຢໍ້າວ່າຢ່າຍ່າງກັບໄປ ເຈັບແລ້ວຕ້ອງຈຳ 5 ເຫດຜົນທີ່ເຈົ້າບໍ່ຄວນກັບໄປຫາເຂົາອີກ ເຄຍຮ້ອງໄຫ້ເສີຍໃຈຂະໜາດໃດ ຈື່ໄດ້ບໍ່ ຍັງຈະເອົາຫົວໃຈໄປໃຫ້ເຈົາທຳຮ້າຍອີກຈັກເທື່ອຈຶ່ງຈະພໍ ຮັກຕົວເອງແດ່ກະດີ ການນອກໃຈໄປມີຄົນໃໝ່ເປັນບັນຫາຢ່າງໜຶ່ງຂອງຄວາມຮັກເລີຍກໍ່ວ່າໄດ້ ເພາະວ່າເປັນສິ່ງທີ່ຮຸນແຮງຫຼາຍ ເພາະຫາກຄົນຮັກກັນແລ້ວຍັງນອກໃຈກັນ ບໍ່ວ່າໃຜກໍ່ຮັບບໍ່ໄດ້ທັງນັ້ນແລະ ມື້ນີ້ເຮົາຈະມານຳສະເໜີບົດຄວາມກ່ຽວກັບ 5 ເຫດຜົນດີໆ ທີ່ເຮົາບໍ່ຄວນກັບໄປຫາຄົນທີ່ນອກໃຈ ຈະມີຫຍັງແດ່ນັ້ນເຮົາໄປອ່ານກັນເລີຍ 1. ເຈັບແລ້ວຕ້ອງຈໍາ ການທີ່ເຈົ້າເຄີຍເຈັບມາຈາກການນອກໃນນີ້ ເຈົ້າຄວນທີ່ຈະຈໍາໄວ້ເປັນບົດຮຽນ ແລ້ວເຊື່ອເລີຍວ່າຄົນທີ່ເຄີຍນອກໃຈມາແລ້ວ ມັກຈະມີໂອກາດທີ່ຈະນອກໃຈອີກໄດ້ສະເໝີ