ເຮົາສາມາດເວົ້າໄດ້ວ່າກະທຽມເປັນໜື່ງໃນອາຫານທີ່ດີຕໍ່ສຸຂະພາບ ມັນເຕັມໄປດ້ວຍສານອາຫານທີ່ມີປະໂຫຍດຕໍ່ສຸຂະພາຍແລະຮ່າງກາຍຢ່າງຫຼາກຫຼາຍມະຫາສານກໍ່ວ່າໄດ້ ນີ້ຄືເຫດຜົນທີ່ທ່ານຄວນກິນກະທຽມທຸກມື້ ທ່ານຄວນໃຊ້ສ່ວນປະສົມທີ່ມີປະສິດຕິພາບ ເພື່ອປ້ອງກັນແລະຮັກສາບັນຫາສຸຂະພາບຕ່າງໆເຊັ່ນ:ບັນຫາກ່ຽວກັບຕັບ,ປ້ອງກັນແລະຮັກສາຜົນລົ້ນ ແລະ ມັນສາມາດເຮັດຄວາມສະອາດຫຼອດເລືອດແດງຂອງທ່ານແລະຝອກເລືອດບັນເທົາອາການໄຂ້ຫວັດມີປະໂຫຍດກັບປັນຫາທາງເດີນຫາຍໃຈແລະອື້ນໆອີກຫຼາກຫຼາຍ ກະທຽມ ຍັງມີປະໂຫຍດເກີນຄາດຫາກນຳມັນມາປອກເປືອກແລ້ວລ້າງນ້ຳໃຫ້ສະອາດຈາກນັ້ນນຳມາໃສ່ຫູກ່ອນນອນ ພຽງເທົ້ານີ້ກໍ່ຈະຊ່ວຍບັນເທົາອາການປວດຫູຫຼຸດການຕິດເຊື້ອໃນຮູຫູ ໄດ້ແບບດີແລະສຸດຍອດຫຼືປ່ຽນວິທີເປັນ ການນຳມາວາງໄວ້ໃຕ້ບ່ອນນອນຫຼືໃຕ້ໝອນ ເພາະກະທຽມມີສັບພະຄຸນອອກຮ້ອນໃຫ້ຄວາມອົບອຸ່ນແລະກິ່ນທີ່ຫອມຈະຊ່ວຍໃນການກະຕຸ້ນການເຮັດວຽກຂອງສະໝອງ ແລະ ຊ່ວຍໃນການຮັກສາອາການນອນບໍ່ຫຼັບແລະກຳຈັດການນອນຝັນຮ້າຍໄດ້ແບບຫາຍຂາດ ນອກຈາກນີ້ກະທຽມຍັງມີສັບພະຄຸນທີ່ໜ້າສົນໃຈອີກຫຼາຍຢ່າງຊ່ວຍປ້ອງກັນແລະຮັກສາໂລກພະຍາດຄວາມດັນເລືອດ ຊ່ວຍປ້ອງກັນມະເຮັງເນື້ອງອກ,ຊ່ວຍຫຼຸດລະດັບຄໍເລດສເຕີຣອນໃນເລືອດ,ຊ່ວຍຄວບຄຸມລະດັບນ້ຳຕານໃນເລືອດ, ບຳລຸງເລືອດປ້ອງກັນເລືອດຈາງ ຊ່ວຍຂັບລົມ, ແກ້ອາການຈຸກສ່ຽບ, ຊ່ວຍຖ່າຍພະຍາດ, ບຳລຸງຜີວພັນແລະປ້ອງກັນຜີວໜັງຈາກເຊື່ອຣາເຊັ່ນ:ຂີ້ກາກ,ເຮື້ອນ ຊ່ວຍສ້າງພູມຕ້ານທານໃຫ້ກັບຮ່າງກາຍແລະປ້ອງກັນໂລກຫົວໃຈຊ່ວຍຮັກສາແລະຫຼຸດການເກີດສີວ,ຊ່ວຍໃນລະບົບໄຫຼວຽນຂອງເລືອດໃຫ້ດີຂື້ນ. ນອກຈາກນີ້ຍັງຊ່ວຍຫຼຸດອາການທ້ອງຜູກ ຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກໄດ້ດີຫຼຸດອາການເຈັບແຂ້ວປ້ອງກັນໂລກເບົາຫວານອີກດ້ວຍຮູ້ແນວນີ້ແລ້ວຢ່າລືມຫັນມາໃຊ້ສະໝຸນໄພພື້ນບ້ານເພື່ອສຸຂະພາບທີ່ດີໃຫ້ຫຼາຍຂື້ນ.
Category: ສັບພະຄຸນພຶດ

ສະໝຸນໄພໃກ້ຕົວສາມາດຮັກສາໂລກກະເພາະໄດ້ເປັນຢ່າງດີ ແລະ ເຫັນຜົນດີຫຼາຍ ບໍ່ວ່າຈະເປັນໄລຍະໃດກໍ່ເອົາຢູ່ ກ້ວຍນ້ຳຫວ້າ ສຳລັບທ່ານໃດທີ່ມີບັນຫາເລື່ອງເຈັບກະເພາະ. ສ່ວນເວລາກິນຂໍແນະນຳໃຫ້ກິນຕອນເຊົ້າຫຼັງຕື່ນນອນເຊິ່ງເປັນເວລາທີ່ທ້ອງວ່າງ ບ້ວນປາກແລ້ວກະກຽມເລີຍ ຕ້ອງແມ່ກ້ວຍນ້ຳຫວ້າເທົ່ານັ້ນເດີ້ (ບາງທ້ອງຖິ່ນເອີ້ນກ້ວຍທະນີອອງ) ລອງໄປເຮັດເບິ່ງເດີ້ ເພາະມີຫຼາຍຄົນແລ້ວທີ່ກິນແລ້ວເຫັນຜົນແທ້ໆ. ວິທີເຮັດສູດຢານີ້: ພຽງແຕ່ທ່ານຫາໃຫ້ຫລື ພົບຕົ້ນກ້ວນນ້ຳຫວ້ານີ້, ຫລັງ ຈາກນັ້ນປອກເປືອກຕົ້ນກ້ວຍ 1 ໃບ ເພື່ອສະອາດເທົ່າ..ແລ້ວກໍ່ນຳບ່ວງໄປສຽບໃສ່ດັ່ງຮູບນີ້ ດີແທ້ແມ່ນເຮັດຕອນກາງຄືນ ແລ້ວຕື່ນເຊົ້າມາຈື່ງຈະໄດ້ນ້ຳຢາກ້ວຍ. ອ່ານແລ້ວແຊຣ໌ເກັບໃຊຍາມຈຳເປັນ ຫລື ເຖິງທີ່ເຮົາເຈັບກະເພາະ

ອາການປວດປະຈຳເດືອນບັນຫາຂອງແມ່ຍິງຫຼາຍໆຄົນທີ່ຕ້ອງທົນທຸກທໍລະມານທຸກເດືອນຈົນຕ້ອງຍອມຮັບມັນດ້ວຍຄວາມຈຳໃຈແຕ່ມື້ນີ້ເຮົາມິວິທີຮັກສາໄດ້ດ້ວຍຫົວສີໄຄຕົ້ມນ້ຳດື່ມທີ່ເຮົາຈະຕ້ອງປະຕິບັດກັນດັ່ງລຸ່ມນີ້: ສ່ວນປະສົມ: ຫົວສີໄຄ 5 ຕົ້ນໃຊ້ທັງໃບລ້າງນ້ຳໃຫ້ສະອາດ, ນ້ຳສະອາດ 1 ລິດ, ເກືອ 5 ບ່ວງຊາ ນໍາສ່ວນປະສົມທັງໝົດຕົ້ມໃນນ້ຳຈົນເຫຼືອນ້ຳ 1/3 ສ່ວນ ດື່ມ 3 ຄັ້ງ (ເຊົ້າ-ກາງເວັນ ແລະ ຄ່ຳ) ຄັ້ງລະ 1 ຈອກ ຫຼື 250

ໃນປັດຈຸບັນມີຜູ້ຊາຍຫຼາຍຄົນທີ່ມີບັນຫາກ່ຽວກັບການມີລູກຍາກ ບໍ່່ວ່າຈະລອງວິທີໃດມາແລ້ວກໍຕາມກໍບໍ່ໄດ້ຜົນ ເຊິ່ງບາງຄັ້ງ ບັນຫາທີ່ແທ້ຈິງ ອາດເກີດຈາກພຶດຕິກຳບາງຢ່າງຂອງເຈົ້າໂດຍບໍ່ຮູ້ໂຕ, ແຕ່ມັນຈະສົ່ງຜົນກະທົບຕໍ່ການມີລູກຍາກກໍເປັນໄດ້, ມື້ນີ້ ແອັດມິນ ມີວິທີຊ່ວຍໃຫ້ອະສຸຈິຂອງຜູ້ຊາຍແຂງແຮງມາຝາກ 1. ກິນໝາກເລັ່ນຫຼາຍໆ: ອະສຸຈິຫຼາຍກວ່າ 90% ຂອງຜູ້ຊາຍຈະມີຮູບຮ່າງທີ່ແຕກຕ່າງກັນ ຈຶ່ງມັກບໍ່ສາມາດເຂົ້າປະຕິສົນທິກັບໄຂ່ຂອງຜູ້ຍິງໄດ້ ແລະເຮັດໃຫ້ຜູ້ຍິງມີລູກຍາກ, ຈຶ່ງແນະນຳໃຫ້ກິນໝາກເລັ່ນຕະຫຼອດ ເພາະອຸດົມດ້ວຍສານຕ້ານອະນຸມູນອິດສະລະທີ່ເອີ້ນວ່າ ໄລໂຄປີນ ຊ່ວຍໃຫ້ອະສຸຈິສົມບູນ ແລະ ເພີ່ມໂອກາດໃຫ້ມີລູກງ່າຍ 2. ການອອກກຳລັງກາຍ: ເພາະເຮັດໃຫ້ຮ່າງກາຍຜະລິດອະສຸຈິທີ່ແຂງແຮງໄດ້ຫຼາຍຂຶ້ນ

ຕົ້ນຝາງ ເປັນພືດສະໝຸນໄພທີ່ຄົນບູຮານໃຊ້ມາດົນ ເປັນຢາບຳລຸງເລືອດສຳລັບຜູ້ຍິງ ຂັບປະຈຳເດືອນ ແກ້ຮ້ອນໃນ. ຊ່ວຍຫຼຸດຄວາມຮ້ອນໃນຮ່າງກາຍ ແກ້ກະຫາຍນ້ຳ ແກ້ອາການເລືອດອອກພາຍໃນອະ ໄວຍະວະຕ່າງໆຝາງມີສານສຳຄັນຫຼາຍຊະນິດທີ່ມີລິດຕ້ານອະນຸມູນອິດສະຫຼະ ຕ້ານການອັກເສບ ແລະ ເພີ່ມຄວາມແຂງແຮງໃຫ້ກັບລະບົບພູມຄຸ້ມກັນຂອງຮ່າງກາຍ ນ້ຳສະໝຸນໄພຝາງ ຈຶ່ງເໝາະສຳລັບຜູ້ທີ່ຕ້ອງການບຳລຸງຮ່າງກາຍ ບຳລຸງເລືອດ ສ່ວນປະກອບ : ແກ່ນໄມ້ຝາງ 1-2 ຊິ້ນ ດອກມະລິ 10 ດອກ ນ້ຳສະອາດ 1

ຫຍ້າປຽງມີສັບພະຄຸນທີ່ຫລາກຫລາຍ, ສະນັ້ນຜູ່ອ່ານທັງຫລາຍຈົ່ງອ່ານເປັນບົດຮຽນ ແລະ ຄວນເກັບໄວ້ເປັນບົດຮຽນ: ທັງຕົ້ນ: ເປັນຢາແກ້ໄອ, ແກ້ຫວັດ, ຕົວຮ້ອນ, ແກ້ອາການຖ່າຍເປັນເລືອດ (ຕົ້ນສົດ 30-50 ກຼາມນຳມາຕົ້ມແລ້ວປະສົມກັນນ້ຳເຜິ້ງດື່ມ), ແກ້ອາການເຈັບເຕົ້ານົມ (ຕົ້ນສົດ 35 ກຼາມຕົ້ມປະສົມກັບເຫຼົ້າແລ້ວນຳໄປພອກ), ອອກລິດຕໍ່ຕັບ, ປອດ ແລະ ກະເພາະ, ເຮັດໃຫ້ເລືອດເຢັນ, ຊ່ວຍກະຈາຍເລືອດ, ຂັບພິດຮ້ອນຖອນພິດໄຂ້, ແກ້ອາການຮ້ອນໃນ, ຊ່ວຍແກ້ເລືອດດັງອອກ, ຮາກເປັນເລືອດ,

ນ້ຳໝາກນາວລົດສົ້ມເຂັດແຂ້ວ ທີ່ມີຄວາມສົ້ມເປັນເອກະລັກ ຫາຊື້ໄດ້ທົ່ວໄປຕາມຕະຫຼາດ ເປັນພືດຜັກທີ່ຫາໄດ້ບໍ່ຍາກ ນອກຈາກຈະນຳເອົາມາໃຊ້ປຸງອາຫານ ແລະ ເຮັດເມນູຕ່າງໆແລ້ວ ຍັງເນລະມິດໃຫ້ກາຍເປັນຢາບຳລຸງສຸຂະພາບຂັ້ນເທບທີ່ດີຕໍ່ຮ່າງກາຍໄດ້ຢ່າງບໍ່ໜ້າເຊື່ອ ພຽງແຕ່ການດື່ມນ້ຳໝາກນາວໃນຕອນເຊົ້າ ກໍ່ຈະຊ່ວຍໃຫ້ຮ່າງກ່າຍຂອງເຮົາດີຂຶ້ນ ເຊີ່ງເຮົາໄປອ່ານລາຍລະອຽດຈື່ງຮູ້ວ່າມີປະໂຫຍດແນວໃດແທ້ 1. ຊ່ວຍຫຼຸດນ້ຳໜັກ ຫາກທ່ານກຳລັງຫາທາງເລືອກທີ່ດີສຳລັບການຫຼຸດນ້ຳໜັກຢ່າງໄດ້ຜົນ ແລະ ມີຄວາມປອດໄພຄຽງຄູ່ກັນຢູ່ແລ້ວ ລອງດື່ມນ້ຳໝາກນາວໃນຕອນເຊົ້າ ໂດຍນຳນ້ຳໝາກນາວມາປະສົມກັບນ້ຳອຸ່ນແລ້ວຄ່ອຍໆ ດື່ມຈົນໝົດຈອກແບບບໍ່ຕ້ອງຮີບຟ້າວຈົນເກີນໄປ. ເຮັດແບບນີ້ໃນທຸກໆ ເຊົ້າທີ່ຕື່ນນອນ ພຽງເທົ່ານີ້ກໍຈະຊ່ວຍເພີ່ມລະດັບຄວາມສາມາດໃນການຫຼຸດນ້ຳໜັກໄດ້ອີກລະດັບ ເນື່ອງຈາກນ້ຳໝາກນາວທີ່ປະສົມນ້ຳອຸ່ນຊ່ວຍເຜົາຜານພະລັງງານໃນຮ່າງກາຍໄດ້ເປັນຢ່າງດີ ແລະ ຍັງຊ່ວຍຍ່ອຍອາຫານໄດ້ໄວຂຶ້ນ

ວິທີແກ້ຜົມຫຼົ່ນດ້ວຍສະໝຸນໄພ ຈະມີສະໝຸນໄພໂຕໃດປະສົມຈັງໃດທີ່ຈະຊ່ວຍຮັກສາຜົມຫຼົ່ນຫຼຸດລົງໄດ້ດຽວເຮົາມາອ່ານນຳກັນເລີຍສູດຮັກສາຜົມຫຼົ່ນ ສູດທີ1. ໝາກຂີ້ຮູດ: ນຳໝາກຂີ້ຮູດປະມານ 4-5ໜ່ວຍ ມາຕົ້ມໃນນ້ຳຮ້ອນຈົນນິ່ມ ຈາກນັ້ນໃຊ້ຜ້າຂາວບາງຫໍ່ໄວ້ບີບແລະຄັ້ນເອົາແຕ່ນ້ຳ ເມື່ອໄດ້ນ້ຳມັນແລ້ວໃຫ້ນຳມາໝັກໃຫ້ທົ່ວເສັ້ນຜົມແລະກົກຜົມ ໝັກປະໄວ້ປະມານ 5ນາທີ ແລ້ວຈຶ່ງສະຜົມໃຫ້ສະອາດ ສູດນີ້ສາມາດເຮັດໄດ້1-2ຄັ້ງຕໍ່ອາທິດ ຜົມຈະຄ່ອຍໆແຂງແຮງຂຶ້ນແລະສັງເກດໄດ້ຊັດເຈນວ່າຜົມຫຼົ່ນນ້ອຍລົງ.ສູດຮັກສາຜົມຫຼົ່ນ ສູດທີ2. ດ້ວຍຫວ້ານຫາງແຂ້: ນຳຫວ້ານຫາງແຂ້ປະມານ 3-4ຕົ້ນມາປອກເປືອກອອກຈົນເຫຼືອແຕ່ເນື້ອໃສໆ ສຳເລັດແລ້ວລ້າງນ້ຳໃຫ້ສະອາດແລະນຳມາບີບໃຫ້ເຂົ້າເປັນເນື້ອດຽວກັນ ຈາກນັ້ນໃຫ້ນຳມາໝັກໃຫ້ທົ່ວໜັງຫົວປະໄວ້ 20-30ນາທີແລ້ວລ້າງອອກດ້ວຍນ້ຳສະອາດ ສູດນີ້ຈະຊ່ວຍບຳລຸງເສັ້ນຜົມໃຫ້ແຂງແຮງ ຫຼຸດອາການຜົມຫຼົ່ນແລະເຮັດໃຫ້ຜົມດຳເງົາງາມຫຼາຍຂຶ້ນອີກດ້ວຍສູດຮັກສາຜົມຫຼົ່ນ ສູດທີ3. ດ້ວຍດອກອັນຊັນ:

ພະຍາດຄໍໜຽງກີນເລືອດ ແມ່ນເກີດຈາກການເສຍສົມດູນຂອງຮໍໂມນໄທຣອຍ ໂດຍບໍ່ຮູ້ສາເຫດ ແລະ ບໍ່ກ່ຽວຂ້ອງກັບອາຫານທະເລ ແຕ່ມີປັດໄຈບາງຢ່າງທີ່ກ່ຽວຂ້ອງດັ່ງນີ້: 1. ເພດຍີງ ພະຍາກນີ້ມັກເກີດກັບແມ່ຍີງຫຼາຍກ່ວາຜູ້ຊາຍ 4-8 ເທົ່າ 2. ກຳມະພັນ ບາງຄອບຄົວເປັນທັງແມ່ ແລະ ລູກສາວ 3.ຄວາມຄຽດທາງຈິດໃຈ ພົບວ່າເຮັດໃຫ້ເກີດອາການຄໍໜຽງກີນເລືອດໄດ້. ຄໍໜຽງກີນເລືອດ ອາດສ້າງຮໍໂມນອອກມາຫຼາຍເກີນໄປ ລູກຄໍຈະມີຂະໜາດໃຫຍ່ຂຶ້ນຈົນເຫັນໄດ້ຊັດເຈນ ຖ້າຄຳເບິ່ງຈະມີລັກສະນະອ່ອນໆບໍ່ແຂງ ຟັງອາດໄດ້ຍິນສຽງຟູ່ໆ ເນື່ອງຈາກມີເລືອດໄປລ້ຽງລູກຄໍຫຼາຍກ່ວາປົກກະຕິ. +

ສັບພະຄຸນ: ເຄືອໄກ່ກຸ້ມມັນເປັນຢາດີໂລກກະເພາະທຸກຊະນິດ ແລະ ເປັນຢາຂ້າເຊື້ອມະເຮັງລຳໄສ້ ຫຼື ລຳໄສ້ເປັນຕຸ່ມເປັນບາດເປັນແຜ ວິທີໃຊ້: ໃຊ້ຕົ້ມກິນພຽງສາມໝໍ້ເຫັນຜົນແລ້ວ. ໝໍ້ລະໜຶ່ງກຳນ້ອຍ, ໝໍ້ໜຶ່ງເຕີມນໍ້າສາມເທື່ອຈຶ່ງຖີ້ມ ຫລືໃຊ້ 3 ເທື່ອ ແລ້ວນ້ຳຢາຈະຈືດແລ້ວ ຈື່ງຖິ້ມ ແລ້ວຈື່ງໄປເກັບໃຫມ່ມາຕົ້ມ. ເມື່ອຕົ້ມໄດ້ນ້ຳຢາແລ້ວບໍ່ຕ້ອງໄຂ້ຜາອັດຫມໍ້ຕົ້ມ, ມີແຕ່ປະໄວ້ໃຫ້ມັນອຸ່ນແລ້ວຈື່ງດືມ, ບໍ່ຕ້ອງດືມຫລາຍເກີນໄປ . ໃຫ້ດືມ 1 ຈອກ ( ຖ້າຈອກໃຫຍ່ແມ່ນໃຫ້ດືມເຄີ່ງຈອກເທົ່ານັ້ນ